ທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ຢືນຢັນໃນວັນທີ 14 ເມສາ 2020 ນີ້ວ່າ: ຜ່ານການປິ່ນປົວ ແລະ ຕິດຕາມຄົນເຈັບທີ່ຕິດເຊື້ອທັງໝົດ 19 ຄົນນັ້ນ, ຜົນກວດວິເຄາະຜູ້ຕິດເຊື້ອ ກໍລະນີທີ 12 ນາງ ເພັດມະລີ ມົງຄົນວິໄລ ອາຍຸ 20 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ອອກມາເປັນລົບທັງ 2 ຄັ້ງ ພາຍໃນ 24 ຊົ່ວໂມງ,

ເຊິ່ງຖືວ່າປິ່ນປົວດີ ແລະ ສາມາດອອກຈາກໂຮງໝໍໄດ້ແລ້ວ ແຕ່ຜູ້ກ່ຽວຕ້ອງໄດ້ຕິດຕາມຕົນເອງຢູ່ເຮືອນ ໂດຍປະຕິບັດຕາມມາດຕະການຄວບຄຸມການຕິດເຊື້ອ, ການໃສ່ຜ້າອັດປາກ-ດັງ, ຫລຸດຜ່ອນການສຳຜັດກັບຄົນໃນຄອບຄົວ ແລະ ສະພາບແວດລ້ອມ ແລະ ຈຳກັດການຢູ່ຮ່ວມກັນກັບຄອບຄົວ ພາຍໃນ 14 ວັນ ແມ່ນຈະໄດ້ກັບມາກວດຢັ້ງຢືນຄືນເຊື້ອໄວຣັດທີ່ຫາຍໄປແລ້ວນັ້ນວ່າມັນຫາຍດີ 100% ແທ້, ຈາກນັ້ນແພດຈຶ່ງອະນຸຍາດໃຫ້ກັບໄປດໍາລົງຊີວິດແບບປົກກະຕິທົ່ວໄປ.

ດ໋ອກເຕີ ສະໜອງ ທອງຊະນະ ຍັງໃຫ້ຮູ້ອີກວ່າ: ສຳລັບຜູ້ຕິດເຊື້ອທີ່ເຫລືອນັ້ນ, ມີຈຳນວນໜຶ່ງຈະໄດ້ກວດຄືນ ແລະ ພວກເຮົາອາດຈະໄດ້ຮັບຂ່າວດີໄປເລື້ອຍໆ ເພາະວ່າມີບາງຄົນກະຕອບຮັບໄດ້ໄວ້ ແລະ ບາງຄົນກະຕອບຮັບໄດ້ຊ້າ, ດັ່ງນັ້ນການກຳຈັດເຊື້ອໄວຣັດອອກຈາກຮ່າງກາຍ ແມ່ນຂຶ້ນກັບສຸຂະພາບຂອງແຕ່ລະຄົນ, ຜູ້ທີ່ມີສຸຂະພາບແຂງແຮງກວ່າກໍອາດຈະໃຊ້ເວລາປິ່ນປົວຫາຍດີໄວກວ່າ.