ພິທີສົ່ງຄະນະຊ່ຽວຊານແພດຈີນ ທີ່ສໍາເລັດໜ້າທີ່ສໍາຄັນ ຢູ່ ສປປ ກັບຄືນ ສປ ຈີນ.


ຕາມຂ່າວCRI: ໃນວັນທີ 12 ເມສາ 2020 ນີ້, ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດ ແລະເຈົ້າໜ້າທີ່ທາງການ ຈາກ ສປ ຈີນ ຈຳນວນ 12 ທ່ານ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ເດີນທາງມາໃຫ້ການຊ່ວຍເຫຼືອວຽກງານການຕ້ານ ແລະສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 29 ມີນາ ເຖິງ 10 ເມສາ 2020 ນີ້.

ເຊິ່ງການປະຕິບັດວຽກຂອງຄະນະຊ່ຽວຊານການແພດ ຈາກ ສປ ຈີນ ທີ່ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ໃນໄລຍະເວລາ 2 ອາທິດ ຜ່ານມາ, ທັງຢູ່ຂັ້ນສູນກາງ ແລະບັນດາແຂວງ ທັງພາກເໜືອ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະມາດຕະຖານໃນການປ້ອງກັນພະຍາດ Covid-19 ເປັນຕົ້ນແມ່ນ ໄດ້ຈັດຝຶກອົບຮົມ, ຖ່າຍຖອດບົດຮຽນ ແລະປະສົບການຕົວຈິງ, ໂດຍໃຫ້ຄຳປຶກສາ ແລະແນະນຳວິທີການປ້ອງກັນພະຍາດໂຄວິດ-19.

Leave a Reply

Your email address will not be published. Required fields are marked *