ລາຍງານຈາກ ຄະນະສະເພາະກິດ ວັນທີ 11 ເມສາ 2020 ໃຫ້ຮູ້ວ່າ
ພົບຜູ່ຕິດເຊື້ອ ໂຄວິດ-19 ເພີ່ມອີກ 2 ຄົນ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 10 ເມສາ 2020 ເຮັດໃຫ້ ທົ່ວປະເທດ ມີຜູ່ຕິດເຊື້ອທັງໝົດ 18 ຄົນ, ຍິງ 10 ຊາຍ 8. ຜູ່ຕິດເຊື້ອໃໝ່ 2 ຄົນ ເພດຍິງ ນັ້ນ ແມ່ນພົວພັນກັບ ຄົນຕິດເຊື້ອ ທີ່ 16 ເພາະ ທັງ 3 ແມ່ນ ອາໄສ ຢູ່ຫ້ອງແຖວດຽວກັນ.
ຜູ້ຕິດເຊື້ອທີ 18: 11/04/2020, ເພດຍິງ, ອາຍຸ 32 ປີ, ອາຊີບ: ຫວ່າງງານ (ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນ ຢູ່ຫ້ອງດຽວກັນ ກັບກໍລະນີຢັ້ງຢືນຜູ້ທີ 17) ການເຄື່ອນໄຫວທັງໝົດ ແມ່ນຄືກັນ, ລົດອໍາບູລັງ ໄດ້ມາຮັບໄປໂຮງໝໍໃນເວລາດຽວກັນ.
ຜູ້ຕິດເຊື້ອທີ 17: 11/04/2020, ເພດຍິງ ອາຍຸ 32 ປີ, ອາຊີບ: ຫວ່າງງານ, ໜ່ວຍ 01, ຢູ່ຫ້ອງແຖວ ຂື້ນກັບບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຢູ່ຫ້ອງແຖວ ເບີ 7). ຜູ້ກ່ຽວສໍາຜັດໃກ້ຊິດກັບກໍລະນີທີ 016 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ, ຫ້ອງແຖວເບີ 8).
ບົດຖະແຫຼງຂ່າວ

.

.

.

.

.

ຂໍ້ມູນຜູ່ຕິດເຊື້ອ ທັງໝົດ
ຜູ້ຕິດເຊື້ອທີ 18: 11/04/2020, ເພດຍິງ, ອາຍຸ 32 ປີ, ອາຊີບ: ຫວ່າງງານ (ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນ ຢູ່ຫ້ອງດຽວກັນ ກັບກໍລະນີຢັ້ງຢືນຜູ້ທີ 17) ການເຄື່ອນໄຫວທັງໝົດ ແມ່ນຄືກັນ, ລົດອໍາບູລັງ ໄດ້ມາຮັບໄປໂຮງໝໍໃນເວລາດຽວກັນ.
ຜູ້ຕິດເຊື້ອທີ 17: 11/04/2020, ເພດຍິງ ອາຍຸ 32 ປີ, ອາຊີບ: ຫວ່າງງານ, ໜ່ວຍ 01, ຢູ່ຫ້ອງແຖວ ຂື້ນກັບບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຢູ່ຫ້ອງແຖວ ເບີ 7). ຜູ້ກ່ຽວສໍາຜັດໃກ້ຊິດກັບກໍລະນີທີ 016 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ, ຫ້ອງແຖວເບີ 8).
ຜູ້ຕິດເຊື້ອທີ 16: 09/04/2020, ເພດຍິງ, 23 ປີ, ນັກສຶກສາ, ບ້ານໜອງດ້ວງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ວັນທີ 26 ມີນາ ແມ່ນໄດ້ມີການຊຸມແຊວກັບ ກໍລະນີທີ 10; ວັນທີ 31 ມີນາ ໄດ້ຮູ້ຂ່າວວ່າ ກໍລະນີທີ 10 ຕິດພະຍາດ ລາວຈິ່ງຈຳກັດບໍລິເວນໂຕເອງຢູ້ຫ້ອງພັກ, ບໍ່ໄດ້ອອກໄປທາງໃດ ຈົນຮອດວັນທີ 6 ເມສາ; ວັນທີ 7 ເມສາ ເລີ່ມຮູ້ສຶກເຈັບຫົວ, ຖືຄີງໄຂ້, ລີ້ນຊາ, ດັງບໍ່ໄດ້ກິ່ນ, ມີຂີ້ກະເທີ ແລະ ຫາຍໃຈຝືດ ແຕ່ຍັງບໍ່ກວດ; ວັນທີ 8 ເມສາ, ອາການລີ້ນຊາຫຼາຍຂຶ້ນ, ດັງບໍ່ມີກິ່ນ, ຫາຍໃຈແສບດັງ, ໄຂ້ ແລະ ມີອາການຫາຍໃຈຝືດ, ຜູ້ກ່ຽວໂທປຶກສາແພດ, ລົດນຳສົ່ງຄົນເຈັບໄດ້ຮັບໄປໂຮງໝໍ ມິດຕະພາບ ພ້ອມເກັບຕົວຢ່າງ ແລະ ກວດພົບວ່າ ຕິດເຊື້ອ.
ຜູ້ຕິດເຊື້ອທີ 15: 08/04/2020, ເພດຍິງ, 20 ປີ, ນັກສຶກສາລາວ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ (ຜູ້ກ່ຽວບໍ່ໄດ້ກັບບ້ານ ແຕ່ມື້ລົງຍົນມາ ແລ້ວເດີນທາງໄປຢູ່ເຮືອນສວນ ກັບກໍລະນີຢັ້ງຢືນ 12). ວັນທີ 22 ມີນາ 2020 ເດີນທາງຈາກສະໜາມບິນ London Heathrow ດ້ວຍຖ້ຽວບິນ TG 917 ມາຮອດ ສະໜາມບິນສຸວັນນະພູມ ປະເທດໄທ ແລະ ເບີຕັ່ງເລກທີ 68C; ວັນທີ 23 ມີນາ 2020 ເດີນທາງຈາກສະໜາມບິນສຸວັນນະພູມ ປະເທດໄທ ມາ ສະໜາມບິນວັດໄຕ ດ້ວຍຖ້ຽວບິນ TG 574, ເລກຕັ່ງນັ່ງ 49A; ຜູ້ກ່ຽວ ໄດ້ນັ່ງມາຖ້ຽວບີນດຽວກັນກັບກໍລະນີຢັ້ງຢືນການຕິດເຊື້ອ COVID-19 ກໍລະນີທີ່ຢັ້ງຢືນ 011 ສັນຊາດ Papua New Guinea ແລະ ກໍລະນີຢັ້ງຢືນ 012; ນ້າສາວຂອງກໍລະນີຢັ້ງຢືນ 012 ໄດ້ມາຮັບຢູ່ສະໜາມບິນວັດໄຕ ແລ້ວເດີນທາງໄປສວນ ເພື່ອຈຳກັດບໍລິເວນຕົນເອງ; ວັນທີ 24 ມີນາ 2020 – ວັນທີ 4 ເມສາ 2020 ໄດ້ຈໍາກັດ ບໍລິເວນ ຢູ່ເຮືອນສວນ ກັບ ກໍລະນີຢັ້ງຢືນ 012; ວັນທີ 05 ເມສາ 2020 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຫາຍໃຈຍາກ, ຜູ້ກ່ຽວໄປກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບ COVID-19 ກໍ່ໄດ້ກັບຄືນໄປຢູ່ບ້ານສວນ ກັບ ນ້າສາວຂອງກໍລະນີທີ 012; ວັນທີ 6 ເມສາ 2020 ຍັງມີອາການເຈັບແໜ້ນໜ້າເອິກ ແລະ ຫາຍໃຈຍາກ, ໄດ້ແທກອຸ່ນຫະພູມ 37 ອົງສາເຊ; ວັນທີ 07 ເມສາ 2020 ໄດ້ມາກວດຄືນ ພົບເຊື້ອ COVID-19 ຮັບເຂົ້ານອນຕິດຕາມອາການຢູ່ໂຮງໝໍມິດຕະພາບ.
ຜູ້ຕິດເຊື້ອທີ 14: 07/04/2020, ເພດຍິງ, 19 ປີ, ນັກສຶກສາລາວ ຮຽນຢູ່ ວິທະຍາໄລ Bellerby College, ລອນດອນ, ປະເທດອັງກິດ, ບ້ານ ສ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເດີນທາງຈາກປະເທດອັງກິດ; ວັນທີ 22/3/2020 ເດີນທາງຈາກບາງກອກ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574 ຮອດສະໜາມບິນວັດໄຕ (ຄົນລະຖ້ຽວບິນກັບ ກໍລະນີ 11 ແລະ 12); 22 ມີນາ ຫາ ວັນທີ 5 ເມສາ ຜູ້ກ່ຽວໄດ້ຈໍາກັດບໍລິເວນຕົນເອງຢູ່ເຮືອນຂອງ ຕົນໂດຍມີພໍ່ແມ່ ອ້າຍນ້ອງຢູ່ນຳກັນແຕ່ໄດ້ແຍກ ບ່ອນກິນ ແລະ ເຄື່ອງໃຊ້ຕ່າງໆ; ວັນທີ 5/4/2020 ຜູ້ກ່ຽວໄດ້ຮັບຂ່າວວ່າໝູ່ທີ່ມານຳກັນຕິດເຊື້ອພະຍາດ (ຜູ້ທີ 12); ວັນທີ 6 ເມສາ 2020 ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ (ບໍ່ມີອາການ ສະແດງ), ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ 19. ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.
ຜູ້ຕິດເຊື້ອທີ 13: 07/04/2020, ເພດຊາຍ, 40 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພະນັກງານບໍລິສັດພູເບຍມາຍນິງ. ໄລຍະ 30-31 ມີນາ ຜູ້ກ່ຽວແມ່ນໄດ້ພົວພັນວຽກກັບຜູ້ຕິດເຊື້ອທີ 11 (ພະນັກງານພູເບັ້ຍມາຍນິງ); ວັນທີ 1 ເມສາ, ຜູ້ກ່ຽວເລີ່ມມີອາການໄຂ້, ເຈັບຫົວ, ຫາຍໃຈຍາກ ແຕ່ບໍ່ໄດ້ປິ່ນປົວ; ວັນທີ 2 ເມສາ, ເດີນທາງຈາກແຄມພູຄຳ ແຂວງ ໄຊສົມບູນ ມາພັກທີ່ບ້ານ (ເມຍ ແລະ 2 ຄົນໄປຮັບ); ວັນທີ 3-4 ເມສາ, ເຮັດວຽກຢູ່ບ້ານ ໄດ້ພົບກັບແມ່, ນ້ອງສາວ, ນ້ອງເຂີຍ ແລະ ເພື່ອນບ້ານອີກ 2 ຄົນ; ວັນທີ 5 ເມສາ ໄດ້ຮັບຂ່າວວ່າກໍນະນີ 11 ຕິດເຊື້ອ ຈຶ່ງໄດ້ມາກວດທີ່ໂຮງໝໍ ມິດຕະພາບ ເກັບຕົວຢ່າງວິເຄາະ ແລະ ຢັ້ງຢືນວ່າຕິດເຊື້ອ.
ຜູ້ຕິດເຊື້ອທີ 12: 06/04/2020, ເພດຍິງ, 20 ປີ, ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ວັນທີ 22/3/2020 ເດີນທາງຈາກປະເທດອັງກິດ, ວັນທີ 23/3/2020 ເດີນທາງຮອດສະໜາມບິນວັດໄຕໂດຍຜ່ານສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574, ວັນທີ 24/3/2020 ເລີ່ມຈໍາກັດບໍລິເວນຕົນເອງຢູ່ເຮືອນສວນຂອງຜູ້ກ່ຽວ, ວັນທີ 5/4/2020 ເປັນມື້ທີ 13 ຜູ້ກ່ຽວເລີ່ມມີອາການເຈັບຄໍ ເຈັບຫົວ ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ-19, ປະຈຸບັນແມ່ນນອນປິ່ນປົວຢູູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.
ຜູ້ຕິດເຊື້ອທີ 11: 05/04/2020, ເພດຊາຍ, 55 ປີ, ສັນຊາດ ປາປົວນິວກີເນຍ, ພະນັກງານບໍລິສັດພູເບ້ຍມາຍນິງ. ເດີນທາງຈາກ ປາປົວນິວກີເນຍ ຜ່ານ ສິງກະໂປ ວັນທີ 21/3/20, ວັນທີ 22/3/20 ຢູ່ສິງກະໂປ, ວັນທີ 23/3/20 ເດີນທາງເຂົ້າມາລາວ ຜ່ານສະໜາມບິນປະເທດໄທ, ວັນທີ 23 ຫາ 24/03/2020 ພັກຢູ່ໂຮງແຮມຄຣາວພາຊາ, ວັນທີ 25 /03/2020 ເດີນທາງໂດຍລົດບໍລິສັດໄປພູເບ້ຍມາຍນິງ 11 ຄົນ ໃກ້ຊິດ, ພົວພັນບ່ອນເຮັດວຽກປະມານ 100 ຄົນ, ວັນທີ 3/4/20 ເລີ້ມມີອາການໄຂ້ ໄອ ເຈັບຄໍ ເຈັບຫົວ, ວັນທີ 4/4/2020 ເວລາ 10:00 ໂມງ ເຂົ້າມາກວດຢູ່ ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອ ໂຄວິດ 19, ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.
ຜູ້ຕິດເຊື້ອທີ 10: 01/04/2020, ເພດຍິງ, 21 ປີ, ຢູ່ບ້ານໜອງສະໂນຄຳ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ວັນທີ 27 ເຖິງ 29 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຈາມ, ເມື່ອຍ, ຫາຍໃຈຍາກ ຊື້ຢາກິນເອງ ຈົນຮອດ 30 ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ, ວັນທີ 31 ຈຶ່ງໄປໂຮງໝໍມິດຕະພາບ ແລະ ເຖິງບົ່ງມະຕິ ວ່າເປັນໂຄວິດ ແລະ ເຂົ້ານອນໂຮງໝໍມິດຕະພາບ. ລາວເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຄົນທີ 8 ເພດຊາຍທີ່ເປັນພະນັກງານ DHL.
ຜູ້ຕິດເຊື້ອທີ 9: 30/03/2020, ເພດຍິງ, 22 ປີ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ. ປະຈຸບັນໄດ້ເອົາເຂົ້ານອນປຶ່ນປົວຢູ່ ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້, ມີປະຫວັດການເດີນທາງມາແຕ່ປະເທດໄທ.
ຜູ້ຕິດເຊື້ອທີ 8: 28/03/2020, ເພດຊາຍ, 18 ປີີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ເປັນຜູ້ໃກ້ຊິດກັບ ຜູ້ຕິດເຊື້ອທີ 3.
ຜູ້ຕິດເຊື້ອທີ 7: 28/03/2020, ເພດຍິງ, 50 ປີີ, ບ້ານວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ເປັນເມຍຂອງ ຜູ້ຕິດເຊື້ອທີ 5.
ຜູ້ຕິດເຊື້ອທີ 6: 26/03/2020, ເພດຊາຍ, 41 ປີີ, ບ້ານ ຈໍາປາ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ເປັນຜູ້ສໍາພັດໃກ້ຊິດກັບ ກໍລະນີຕິດທິ່ 3.
ຜູ້ຕິດເຊື້ອທີ 5: 26/03/2020, ເພດຊາຍ, 52 ປີີ, ບ້ານ ວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.
ຜູ້ຕິດເຊື້ອທີ 4: 25/03/2020, ເພດຊາຍ, 42 ປີີ, ບ້ານ ປ່ອງຄຳ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.
ຜູ້ຕິດເຊື້ອທີ 3: 24/03/2020, ເພດຊາຍ, 26 ປີີ, ບ້ານ ຫ້ວຍຫ້ອມ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ເປັນຜູ້ສໍາພັດໃກ້ຊິດກັບ ຜູ້ຕິດເຊື້ອທີ 1.
ຜູ້ຕິດເຊື້ອທີ 2: 24/03/2020, ເພດຍິງ, 36 ປີ, ອາຊີບພະນັກງານນຳທ່ຽວ, ມີອາການເຈັບເປັນໃນວັນທີ 10 ມີນາ 2020 ຜູ້ກ່ຽວມີອາການ ໄຂ້, ໄອແຫ້ງ ແລະເມື່ອຍ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22 ມີນາ 2020 ເວລາປະມານ 14:00 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືອດລວມ ແລະເອັກຊະເລປອດ ແຕ່ບໍ່ເຫັນຫຍັງຜິດປົກກະຕິໃດໆ, ທ່ານໝໍໄດ້ແນະນຳໃຫ້ເມືອຕິດຕາມອາການຢູ່ເຮືອນ ແລ້ວຜູ້ກ່ຽວໄດ້ໄປຮັກສາໂຕຢູ່ໂຮງແຮມແຫ່ງໜຶ່ງ. ສ່ວນສະມາຊິກໃນຄອບຄົວທີ່ສ່ຽງຕິດນຳລາວມີ 2 ຄົນ ຄືແມ່ແລະນ້ອງສາວ. ເມື່ອອາການບໍ່ດີຂຶ້ນຈຶ່ງໄດ້ເຂົ້າໄປປົວແລະແຍກປ່ຽວຢູ່ໂຮງໝໍມິດຕະພາບ 150 ຕຽງ, ທ່ານໝໍຈຶ່ງໄດ້ນຳເອົາຕົວຢ່າງຈາກຜູ້ກ່ຽວໄປກວດວິເຄາະແລ້ວພົບວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ນຳພາແຂກທີ່ມາຈາກບັນດາປະເທດເອີຣົບ ໄປທ່ອງທ່ຽວສະຖານທີ່ຕ່າງໆ ໃນວຽງຈັນ-ວັງວຽງ.
ຜູ້ຕິດເຊື້ອທີ 1: 24/03/2020, ເພດຊາຍ, 28 ປີ, ພະນັກງານຢູ່ແຮງໂຮມຄລາວພລາຊ່າ, ມີປະຫວັດການເດິນທາງໄປປະເທດໄທ ຄື ວັນທີ 5-8 ມີນາ 2020 ໄດ້ເຂົ້າຮ່ວມສຳມະນາຢູ່ອາຄານ ໄບເທັກບາງນາ, ນະຄອນຫຼວງບາງກອກ, ປະເທດໄທ. ແລະກັບເຂົ້າມາປະເທດລາວເມື່ອວັນທີ 9 ມີນາ 2020 ທີ່ດ່ານສະໜາມບິນສາກົນວັດໄຕ ແລ້ວກັບເມືອເຮືອນເກັບໂຕ ຕິດຕາມອາການ ບໍ່ໄດ້ອອກໄປໃສ. ທີ່ຜ່ານມາຍັງບໍ່ໄດ້ສຳຜັດກັບໃຜ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈຳຕົວມາກ່ອນ. ສ່ວນສະມາຊິກໃນຄອບຄົວທີ່ມີຄວາມສ່ຽງ 3 ຄົນ ຄື ພໍ່, ນ້ອງສາວ ແລະນ້ອງຊາຍ ແຕ່ລະຄົນຍັງບໍ່ມີໃຜມີອາການຫຍັງສະແດງອອກເທື່ອ. ປະຫວັດການເຈັບ: ວັນທີ 23 ມີນາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ, ໄອ ແລະຫາຍໃຈຍາກ. ເວລາ 9:00 ຂອງວັນດຽວກັນ ໄດ້ເຂົ້າກວດຢູ່ໂຮງໝໍມິດຕະພາບ ແລະນອນຕິດຕາມອາການຄົນເຈັບຢູ່ຫ້ອງແຍກປ່ຽວ ແລະໄດ້ເກັບຕົວຢ່າງເມືອກຜົ້ງດັງ ແລະຮູຄໍ ແລ້ວນຳສົ່ງໄປກວດຢູ່ ສວລ ໃນເວລາ 10:30 ຂອງມື້ດຽວກັນ ແລະຜົນການກວດວິເຄາະຢືນຢັນວ່າຜູ້ກ່ຽວມີເຊື້ອ ໂຄວິດ-19.