ຄລີນິກພະການ ມອບເຄື່ອງຂ້າເຊື້ອດ້ວຍແສງ UV ໃຫ້ກັບໂຮງໝໍແຂວງຫຼວງພະບາງ
ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານອັນຮີບດ່ວນ ໃນການຕ້ານ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID-19 ຢູ່ແຂວງຫຼວງພະບາງ, ໃນຕອນເຊົ້າຂອງ ວັນທີ 09/04/2020 ນີ້ ທ່ານ ໝໍ ພະນົມໄຊ ພະການ ຜູ້ອໍານວຍການຫ້ອງກວດພະຍາດພະການ (PHAKAN’S CLINIC) ໄດ້ໄປມອບ ເຄື່ອງຂ້າເຊື້ອດ້ວຍແສງອຸນຕຣ້າໄວໂອເລດ ຊະນິດເຄື່ອນທີ່ໄດ້ (Mobile UV Lamp Disinfection Device) ຈຳນວນ 1 ເຄື່ອງ ມູນຄ່າປະມານ 2,000,000 ກີບ ໃຫ້ກັບໂຮງໝໍແຂວງຫຼວງພະບາງ ເພື່ອຈະໄດ້ນຳໃຊ້ເຂົ້າໃນການຂ້າເຊື້ອ (ອາກາດ) ຢູ່ຕາມສະຖານທີ່ຕ່າງໆພາຍໃນໂຮງໝໍ ເປັນຕົ້ນແມ່ນ: ຫ້ອງແຍກປ່ຽວຄົນເຈັບ, ຫ້ອງມໍລະສຸມ, ຫ້ອງ CT Scan, ຫ້ອງວິເຄາະ ແລະ ຫ້ອງອື່ນໆ ຕາມຄວາມເໝາະສົມ.

ທ່ານ ດຣ ພະນົມໄຊ ພະການ ກ່າວວ່າ: ພວກເຮົາຍັງຈະໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ປະກອບສ່ວນ ຊ່ວຍພາກລັດ ເພື່ອປະຕິບັດພາລະກິດຄວາມຄຸມໄພພິບັດຄັ້ງນີ້ ຕາມຄວາມສາມາດຂອງພວກເຮົາ.
ຂໍ້ມູຈາກ: ຄຣີນິກພະການ
