ຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັນ, ພາກລັດ ກໍ່ຄື ພາກສ່ວນກ່ຽວຂ້ອງຂອງແຂວງອັດຕະປື ໄດ້ສູ້ຊົນ ແລະ ເອົາໃຈໃສ່ຢ່າງຈິງຈັງ ໃນການປະຕິບັດວຽກງານ ເພື່ອແກ້ໄຂ ແລະ ຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກອຸປະຕິເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃຫ້ມີຊີວິດການເປັນຢູ່ທີດີຂື້ນ ແລະ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ; ໃນນີ້, ວຽກງານຊົດເຊີຍຜົນເສຍຫາຍ ກໍ່ເປັນວຽກງານທີ່ສໍາຄັນ ເພື່ອຊົດເຊີຍໃຫ້ເປັນທຶນຮອນ ແກ່ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ມີທຶນຮອນໃນການຟື່ນຟູ ແລະ ພັດທະນາຕົນເອງ ແລະ ພັດທະນາຄອບຄົວ ເພື່ອໃຫ້ສາມາດກຸ້ມຕົນເອງໄດ້.

ດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ສູ້ຊົນຕໍ່ວຽກງານດັ່ງກ່າວ, ມາເຖິງປັດຈຸບັນ ບັນດາວຽກງານຕ່າງໆ ໃນການຟື້ນຟູ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກອຸປະຕິເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແມ່ນມີຄວາມຄືບໜ້າຫຼາຍສົມຄວນ, ເຊິ່ງຫຼ້າສຸດ ໃນວັນທີ 10 ເມສາ 2020 ນີ້ ຢູ່ຕຶກສໍານັກງານອົງການປົກຄອງແຂວງ, ໄດ້ມີພິທີ ເຊັນບົດບັນທຶກຮັບຮອງຜົນການເຈລະຈາ ລະຫວ່າງພາກລັດ ( ແຂວງອັດຕະປື ) ແລະ ບໍລິສັດຜູ້ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ, ເລຂາອົງຄະນະພັກແຂວງ ແລະ ເຈົ້າແຂວງໆອັດຕະປື, ໂດຍມີຜູ້ຕາງໜ້າຈາກບັນດາພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຜູ້ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ເຂົ້າຮ່ວມ.

ເນື້ອໃນລາຍລະອຽດໃນບົດບັນທຶກສະບັບນີ້ ແມ່ນກ່ຽວກັບການເຊັນຮັບຮອງເອົາບັນດາມູນຄ່າ ຂອງແຕ່ລະໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ທີ່ກໍາລັງດໍາເນີນປະຕິບັດ ແລະ ທີ່ຈະປະຕິບັດໃນຕໍ່ໜ້າ ເຊິ່ງລວມມີ 2 ພາກສ່ວນໃຫຍ່ຄື: ມູນຄ່າການຊົດເຊີຍໂດຍກົງ ມີ: ມູນຄ່າການຊົດເຊີຍຜູ້ເສຍຊີວິດ ແລະ ເດັກກໍາພ້າ-ກໍາພອຍ, ເສດຖະກິດຄົວເຮືອນໃນ 6 ບ້ານ 1 ຄຸ້ມ ທີ່ຖືກກະທົບໜັກ, 13 ບ້ານກະທົບເບົາ, ມູນຄ່າການຊົດເຊີຍດ້ານຫົວໜ່ວຍທຸລະກິດ, ພື້ນຖານໂຄງລ່າງ ແລະ ສິ່ງແວດລ້ອມ ເຊິ່ງມີມູນຄ່າ ຈໍານວນ 475 ຕື້ກວ່າກີບ ແລະ ມູນຄ່າໃນແຜນແມ່ບົດ ທີ່ພວມຈັດຕັ້ງປະຕິບັດ ແລະ ຈະປະຕິບັດໃນຕໍ່ໜ້າເຊິ່ງມີມູນຄ່າ 353 ຕື້ກວ່າກີບ, ແຕ່ເມື່ອລວມມູນຄ່າທັງໝົດ ເຊິ່ງມີມູນຄ່າການຊົດເຊີຍໂດຍກົງ ແລະ ມູນຄ່າໃນແຜນແມ່ບົດນັ້ນ ຕົວເລກທັງໝົດແມ່ນ 828 ຕື້ກວ່າກີບ.
ໃນໂອກາດດຽວກັນນີ້, ບໍລິສັດຜູ້ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຍັງໄດ້ມອບເງິນຊົດເຊີຍຜົນເສຍຫາຍ ດ້ານພື້ນຖານໂຄງລ່າງໃຫ້ 3 ຫົວໜ່ວຍ ບໍລິສັດຄື: ບໍລິສັດລາວໂທລະຄົມ, ບໍລິສັດອີທີແອວ ແລະ ບໍລິສັດຢູນີເທວ ລວມມູນຄ່າທັງໝົດ 3 ຕື້ກວ່າກີບ.
ໂດຍນັກຂ່າວແຂວງອັດຕະປື:
ຂຽນ: ໄຊຍະສິນ
ສົ່ງ: ວັດທະນາ ຫຼວງອະໄພ