ລາຍງານຈາກ ຄະນະສະເພາະກິດ ໃນເວລາ 14:30 ວັນທີ 7 ເມສາ 2020​ ໃຫ້ຮູ້ວ່າ ຢູ່ ສປປລາວ ສະຫຼຸບ ວັນທີ 6 ເມສາ 2020 ພົບ ຜູ່ຕິດເຊື້ອເພີ່ມອີກ 2 ຄົນ, ຍິງ 1 ຊາຍ 1. ເຮັດໃຫ້ລວມທັງໝົດ ມີຜູ່ຕິດເຊື້ອ ທົ່ວປະເທດ 14 ຄົນ, ຮັກສາຕົວຢູ່ ນະຄອນຫຼວງວຽງຈັນ 11 ຄົນ ແລະ ແຂວງຫຼວງພະບາງ 3 ຄົນ. ໃນນີ້ ກໍລະນີພົບເຊື້ອໃໝ່ 4 ຄົນ ແຕ່ຄົນທີ່ 11, 12, 13 ແລະ 14 ແມ່ນເຫັນວ່າມີການເຊື່ອມໂຍງກັນ.

ຜູ້ຕິດເຊື້ອທີ 14: 07/04/2020, ເພດຍິງ, 19 ປີ, ນັກສຶກສາລາວ ຮຽນຢູ່ ວິທະຍາໄລ Bellerby College, ລອນດອນ, ປະເທດອັງກິດ, ບ້ານ ສ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ຜູ້ຕິດເຊື້ອທີ 13: 07/04/2020, ເພດຊາຍ, 40 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພະນັກງານບໍລິສັດພູເບຍມາຍນິງ, ໄລຍະ 30-31 ມີນາ, ຜູ້ກ່ຽວແມ່ນໄດ້ພົວພັນວຽກກັບຜູ້ຕິດເຊື້ອທີ 11 (ພະນັກງານພູເບັ້ຍມາຍນິງ)

ໂດຍສະເພາະ ແມ່ນການເດີນທາງມາແຕ່ຕ່າງປະເທດ ໂດຍຖ້ຽວບິນ TG574 ຈາກສຸວັນນະພູມ, ບາງກອກ ປະເທດໄທ ຫາ ເດີ່ນບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ສປປ ລາວ ໃນວັນທີ 23 ມີນາ 2020. ຜູ່ຕິດເຊື້ອ ຄົນທີ 11, 12 ແລະ 14 ແມ່ນຂີ່ຍົນລໍາດັ່ງກ່າວ. ໃນນັ້ນ, ມີຜູ່ໂດຍສານຮ່ວມທັງໝົດ 34 ຄົນ. ທີ່ເຫັນວ່າ ອີກ 31 ຄົນທີ່ມານໍາຍົນລໍາດັ່ງກ່າວ ແລະ ຄົນໃກ້ຊິດ ແມ່ນມີຄວາມສ່ຽງສູງ ທີ່ຈະຕິດເຊື້ອ, ດ້ວຍເຫັນນັ້ນ ທາງຄະນະສະເພາະກິດ ຈິ່ງຕ້ອງການໃຫ້ ທຸກຄົນກັກຕົວເອງ ແບບແຍກປ່ຽວດ່ວນ ແລະ ໃຫ້ໂທຫາສາຍດ່ວນ 165 ຫຼື 166 ດ່ວນ ເພື່ອລາຍງານສະພາບສຸຂະພາບຂອງທ່ານ ແລະ ເດັດຂາດ ມີການເຄື່ອນໄຫວ ພົບປະກັບຄົນອື່ນ ພາຍໃນ 14-28 ມື້.

ລາຍຊື່ຜູ່ໂດຍສານມີດັ່ງນີ້:

ຖະແຫຼງຂ່າວ ວັນທີ 7 ເມສາ 2020 ໂດຍຄະນະສະເພາະກິດ

.

.

.

.

.

ຂໍ້ມູນຜູ່ຕິດເຊື້ອທັງໝົດ:

ຜູ້ຕິດເຊື້ອທີ 14: 07/04/2020, ເພດຍິງ, 19 ປີ, ນັກສຶກສາລາວ ຮຽນຢູ່ ວິທະຍາໄລ Bellerby College, ລອນດອນ, ປະເທດອັງກິດ, ບ້ານ ສ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ຜູ້ຕິດເຊື້ອທີ 13: 07/04/2020, ເພດຊາຍ, 40 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພະນັກງານບໍລິສັດພູເບຍມາຍນິງ, ໄລຍະ 30-31 ມີນາ, ຜູ້ກ່ຽວແມ່ນໄດ້ພົວພັນວຽກກັບຜູ້ຕິດເຊື້ອທີ 11 (ພະນັກງານພູເບັ້ຍມາຍນິງ)

ຜູ້ຕິດເຊື້ອທີ 12: 06/04/2020, ເພດຍິງ, 20 ປີ, ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ວັນທີ 22/3/2020 ເດີນທາງຈາກປະເທດອັງກິດ, ວັນທີ 23/3/2020 ເດີນທາງຮອດສະໜາມບິນວັດໄຕໂດຍຜ່ານສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574, ວັນທີ 24/3/2020 ເລີ່ມຈໍາກັດບໍລິເວນຕົນເອງຢູ່ເຮືອນສວນຂອງຜູ້ກ່ຽວ, ວັນທີ 5/4/2020 ເປັນມື້ທີ 13 ຜູ້ກ່ຽວເລີ່ມມີອາການເຈັບຄໍ ເຈັບຫົວ ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ-19, ປະຈຸບັນແມ່ນນອນປິ່ນປົວຢູູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

ຜູ້ຕິດເຊື້ອທີ 11: 05/04/2020, ເພດຊາຍ, 55 ປີ, ສັນຊາດ ປາປົວນິວກີເນຍ, ພະນັກງານບໍລິສັດພູເບ້ຍມາຍນິງ, ເດີນທາງຈາກ ປາປົວນິວກີເນຍ ຜ່ານ ສິງກະໂປ ວັນທີ 21/3/20, ວັນທີ 22/3/20 ຢູ່ສິງກະໂປ, ວັນທີ 23/3/20 ເດີນທາງເຂົ້າມາລາວ ຜ່ານສະໜາມບິນປະເທດໄທ, ວັນທີ 23 ຫາ 24/03/2020 ພັກຢູ່ໂຮງແຮມຄຣາວພາຊາ, ວັນທີ 25 /03/2020 ເດີນທາງໂດຍລົດບໍລິສັດໄປພູເບ້ຍມາຍນິງ 11 ຄົນ ໃກ້ຊິດ, ພົວພັນບ່ອນເຮັດວຽກປະມານ 100 ຄົນ, ວັນທີ 3/4/20 ເລີ້ມມີອາການໄຂ້ ໄອ ເຈັບຄໍ ເຈັບຫົວ, ວັນທີ 4/4/2020 ເວລາ 10:00 ໂມງ ເຂົ້າມາກວດຢູ່ ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອ ໂຄວິດ 19, ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

ຜູ້ຕິດເຊື້ອທີ 10: 01/04/2020, ເພດຍິງ, 21 ປີ, ຢູ່ບ້ານໜອງສະໂນຄຳ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ວັນທີ 27 ເຖິງ 29 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຈາມ, ເມື່ອຍ, ຫາຍໃຈຍາກ ຊື້ຢາກິນເອງ ຈົນຮອດ 30 ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ, ວັນທີ 31 ຈຶ່ງໄປໂຮງໝໍມິດຕະພາບ ແລະ ເຖິງບົ່ງມະຕິ ວ່າເປັນໂຄວິດ ແລະ ເຂົ້ານອນໂຮງໝໍມິດຕະພາບ. ລາວເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຄົນທີ 8 ເພດຊາຍທີ່ເປັນພະນັກງານ DHL.

ຜູ້ຕິດເຊື້ອທີ 9: 30/03/2020, ເພດຍິງ, 22 ປີ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ປະຈຸບັນໄດ້ເອົາເຂົ້ານອນປຶ່ນປົວຢູ່ ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້, ມີປະຫວັດການເດີນທາງມາແຕ່ປະເທດໄທ.

ຜູ້ຕິດເຊື້ອທີ 8: 28/03/2020, ເພດຊາຍ, 18 ປີີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ເປັນຜູ້ໃກ້ຊິດກັບ ຜູ້ຕິດເຊື້ອທີ 3.

ຜູ້ຕິດເຊື້ອທີ 7: 28/03/2020, ເພດຍິງ, 50 ປີີ, ບ້ານວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນເມຍຂອງ ຜູ້ຕິດເຊື້ອທີ 5.

ຜູ້ຕິດເຊື້ອທີ 6: 26/03/2020, ເພດຊາຍ, 41 ປີີ, ບ້ານ ຈໍາປາ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເປັນຜູ້ສໍາພັດໃກ້ຊິດກັບ ກໍລະນີຕິດທິ່ 3.

ຜູ້ຕິດເຊື້ອທີ 5: 26/03/2020, ເພດຊາຍ, 52 ປີີ, ບ້ານ ວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.

ຜູ້ຕິດເຊື້ອທີ 4: 25/03/2020, ເພດຊາຍ, 42 ປີີ, ບ້ານ ປ່ອງຄຳ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.

ຜູ້ຕິດເຊື້ອທີ 3: 24/03/2020, ເພດຊາຍ, 26 ປີີ, ບ້ານ ຫ້ວຍຫ້ອມ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ເປັນຜູ້ສໍາພັດໃກ້ຊິດກັບ ຜູ້ຕິດເຊື້ອທີ 1.

ຜູ້ຕິດເຊື້ອທີ 2: 24/03/2020, ເພດຍິງ, 36 ປີ, ອາຊີບພະນັກງານນຳທ່ຽວ, ມີອາການເຈັບເປັນໃນວັນທີ 10 ມີນາ 2020 ຜູ້ກ່ຽວມີອາການ ໄຂ້, ໄອແຫ້ງ ແລະເມື່ອຍ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22 ມີນາ 2020 ເວລາປະມານ 14:00 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືອດລວມ ແລະເອັກຊະເລປອດ ແຕ່ບໍ່ເຫັນຫຍັງຜິດປົກກະຕິໃດໆ, ທ່ານໝໍໄດ້ແນະນຳໃຫ້ເມືອຕິດຕາມອາການຢູ່ເຮືອນ ແລ້ວຜູ້ກ່ຽວໄດ້ໄປຮັກສາໂຕຢູ່ໂຮງແຮມແຫ່ງໜຶ່ງ. ສ່ວນສະມາຊິກໃນຄອບຄົວທີ່ສ່ຽງຕິດນຳລາວມີ 2 ຄົນ ຄືແມ່ແລະນ້ອງສາວ. ເມື່ອອາການບໍ່ດີຂຶ້ນຈຶ່ງໄດ້ເຂົ້າໄປປົວແລະແຍກປ່ຽວຢູ່ໂຮງໝໍມິດຕະພາບ 150 ຕຽງ, ທ່ານໝໍຈຶ່ງໄດ້ນຳເອົາຕົວຢ່າງຈາກຜູ້ກ່ຽວໄປກວດວິເຄາະແລ້ວພົບວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ນຳພາແຂກທີ່ມາຈາກບັນດາປະເທດເອີຣົບ ໄປທ່ອງທ່ຽວສະຖານທີ່ຕ່າງໆ ໃນວຽງຈັນ-ວັງວຽງ.

ຜູ້ຕິດເຊື້ອທີ 1: 24/03/2020, ເພດຊາຍ, 28 ປີ, ພະນັກງານຢູ່ແຮງໂຮມຄລາວພລາຊ່າ, ມີປະຫວັດການເດິນທາງໄປປະເທດໄທ ຄື ວັນທີ 5-8 ມີນາ 2020 ໄດ້ເຂົ້າຮ່ວມສຳມະນາຢູ່ອາຄານ ໄບເທັກບາງນາ, ນະຄອນຫຼວງບາງກອກ, ປະເທດໄທ. ແລະກັບເຂົ້າມາປະເທດລາວເມື່ອວັນທີ 9 ມີນາ 2020 ທີ່ດ່ານສະໜາມບິນສາກົນວັດໄຕ ແລ້ວກັບເມືອເຮືອນເກັບໂຕ ຕິດຕາມອາການ ບໍ່ໄດ້ອອກໄປໃສ. ທີ່ຜ່ານມາຍັງບໍ່ໄດ້ສຳຜັດກັບໃຜ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈຳຕົວມາກ່ອນ. ສ່ວນສະມາຊິກໃນຄອບຄົວທີ່ມີຄວາມສ່ຽງ 3 ຄົນ ຄື ພໍ່, ນ້ອງສາວ ແລະນ້ອງຊາຍ ແຕ່ລະຄົນຍັງບໍ່ມີໃຜມີອາການຫຍັງສະແດງອອກເທື່ອ. ປະຫວັດການເຈັບ: ວັນທີ 23 ມີນາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ, ໄອ ແລະຫາຍໃຈຍາກ. ເວລາ 9:00 ຂອງວັນດຽວກັນ ໄດ້ເຂົ້າກວດຢູ່ໂຮງໝໍມິດຕະພາບ ແລະນອນຕິດຕາມອາການຄົນເຈັບຢູ່ຫ້ອງແຍກປ່ຽວ ແລະໄດ້ເກັບຕົວຢ່າງເມືອກຜົ້ງດັງ ແລະຮູຄໍ ແລ້ວນຳສົ່ງໄປກວດຢູ່ ສວລ ໃນເວລາ 10:30 ຂອງມື້ດຽວກັນ ແລະຜົນການກວດວິເຄາະຢືນຢັນວ່າຜູ້ກ່ຽວມີເຊື້ອ ໂຄວິດ-19.

Leave a Reply

Your email address will not be published. Required fields are marked *