ນະຄອນຫຼວງວຽງຈັນ: ເພື່ອກຽມຄວາມພ້ອມຮັບມືກັບເຫດສຸກເສີນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ, ການຄົ້ນຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ COVID-19 ທະນາຄານໂລກໄດ້ອະນຸມັດເງິນກູ້ຈຳນວນ 18 ລ້ານໂດລາສະຫະລັດໃຫ້ແກ່ ສປປ ລາວ ເພື່ອເປັນການຊ່ວຍຍົກລະດັບຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການປິ່ນປົວຂອງທິມແພດໝໍຂອງລາວ ນຳອີກດ້ວຍ.

ພິທີເຊັນສັນຍາດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2020 ທີ່ກະຊວງການເງິນ, ໂດຍຕາງໜ້າລັດຖະບານ ສປປ ລາວ ຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ນິໂກລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ປັດຈຸບັນສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ສົ່ງຜົນກະທົບດ້ານເສດຖະກິດ-ສັງຄົມຂອງ 200 ກວ່າປະເທດ. ໃນນັ້ນ, ສປປ ລາວ ເປັນປະເທດໜຶ່ງທີ່ຮັບຜົນກະທົບເຊັ່ນດຽວກັນ, ຊຶ່ງນັບແຕ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລັດຖະບານໄດ້ມີວິທີການແກ້ໄຂຢ່າງມີປະສິດທິພາບເພື່ອຄວບຄຸມ ແລະ ສະກັດກັ້ນເພື່ອຕ້ານການແຜ່ລະ ບາດຂອງພະຍາດ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ຕໍ່ສະພາບການດັ່ງກ່າວການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນເປັນສິ່ງທີ່ສໍາຄັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທະນາຄານໂລກອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາສະຫະລັດໃຫ້ສປປ ລາວ ໃນການຊ່ວຍເຫຼືອຄັ້ງນີ້, ເພື່ອຊ່ວຍໃນການກຽມຄວາມພ້ອມຂອງບັນດາກິດຈະກໍາຕ່າງໆໃນການຮັບມືກັບເຫດສຸກເສີນກໍ່ຄືການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ ແລະ ການສື່ສານ, ພ້ອມທັງໃຫ້ຄວາມຮູ້ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ ແລະ ຍັງຈະຊ່ວຍຍົກລະດັບຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການປິ່ນປົວຂອງທີມແພດໝໍ ຂອງ ສປປ ລາວ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ເສີມສ້າງຄວາມອາດສາມາດໃນການຕອບໂຕ້ ນຳອີກດ້ວຍ.


ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າລັດຖະບານ ສປປ ລາວ


ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການຂອງທະນາຄານໂລກ, ຊຶ່ງຈະຊ່ວຍໃຫ້ລະ ບົບສາທາລະນະສຸກພາຍໃນປະເທດມີຄວາມເຂັ້ມແຂງ, ຊຶ່ງລັດຖະບານສປປ ລາວ ໄດ້ວາງມາດຕະການເຂັ້ມງວດ ແລະ ຈຳເປັນເພື່ອຮັບມືກັບໂລກລະບາດນີ້.


ໂຄງການອະນຸມັດເງິນກູ້ສຸກເສີນຂອງທະນາຄານໂລກຕ້ານການລະບາດ COVID-19, ໄດ້ຖືກຮ່າງຂຶ້ນມາພາຍໃຕ້ຂອບການຊ່ວຍເຫຼືອແບບຮີບດ່ວນຕໍ່ກັບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ເພື່ອຕອບສະ ໜອງຢ່າງຮີບດ່ວນຕໍ່ຄວາມຕ້ອງການໄລຍະສັ້ນ ແລະ ຊ່ວຍເຫຼືອບັນດາປະເທດໃນການສ້າງລະບົບສາທາລະນະສຸກໃຫ້ມີຄວາມເຂັ້ມແຂງເພື່ອຮັບມືກັບເຫດສຸກເສີນໃນໄລຍະຍາວ.


ກຸ່ມທະນາຄານໂລກໄດ້ອະນຸມັດໂຄງການຊ່ວຍເຫຼືອແບບຮີບດ່ວນທີ່ມີມູນຄ່າສູງເຖິງ 14 ຕື້ໂດລາສະຫະລັດ ໂດຍມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃນການຕອບໂຕ້ກັບພະຍາດໂຄວິດ-19 ໃຫ້ແກ່ບັນດາປະເທດກໍາລັງພັດທະນາ ແລະ ຫຼຸດຜ່ອນໄລຍະເວລາຂອງການຟື້ນໂຕ.


ການຊ່ວຍເຫຼືອທັນທີລວມມີການສະໜອງທຶນ, ການໃຫ້ຄໍາແນະນໍາດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານວິຊາການ ເພື່ອຊ່ວຍບັນດາປະເທດຮັບມືກັບຜົນກະທົບທີ່ມີຕໍ່ລະບົບສາທາລະນະສຸກ ແລະ ເສດຖະກິດຈາກການລະບາດຂອງພະຍາດໂຄວິດໃນຄັ້ງນີ້.


ນອກນັ້ນ, ຫ້ອງການ IFC ໄດ້ສະໜອງທຶນ 8 ຕື້ໂດລາສະຫະລັດເພື່ອຊ່ວຍບັນດາທຸລະກິດເອກະຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ ແລະ ຮັກສາການຈ້າງງານ. IBRD and IDA ໄດ້ສະໜອງທຶນເບື້ອງຕົ້ນ 6 ຕື້ໂດລາສະຫະລັດສໍາລັບການຕອບໂຕ້ທາງດ້ານສາທາລະນະສຸກ.


ເນື່ອງຈາກຫຼາຍປະເທດຕ້ອງການຄວາມຊ່ວຍເຫຼືອໃນວົງກວ້າງ, ກຸ່ມທະນາຄານໂລກຈະອະນຸມັດງົບປະມານສູງເຖິງ 160 ຕື້ໂດລາສະຫະລັດໃນໄລຍະ 15 ເດືອນຂ້າງໜ້າເຂົ້າໃນການປົກປ້ອງຄົນທຸກຈົນ ແລະ ຜູ້ດ້ອຍໂອກາດ, ສົ່ງເສີມພາກທຸລະກິດ ແລະ ໜູນການຟື້ນໂຕຂອງເສດຖະກິດ.

Leave a Reply

Your email address will not be published. Required fields are marked *