ພາບແລະຂ່າວ: ສີຈັນ ເກດວົງສາ
ເມືອງຫຼາ: ຈາກກໍລະນີທີ່ມີປະຊາຊົນບ້ານ ນ້ຳແລງ ເມືອງຫລາ ແຂວງ ອຸດົມໄຊ ມີອາການໄຂ້, ໄອ ເປັນຈຳນວນຫລວງຫລາຍທີ່ມີອາການຄ້າຍຄືກັນເລີ່ມແຕ່ຕົ້ນເດືອນ ມີນາ ຜ່ານມາ, ທ່ານ ດຣ ຈື່ວ່າ ຊາວເຊັງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຫຼາ ແຂວງ ອຸດົມໄຊ ໄດ້ໃຫ້ສຳພາດໃນວັນທີ 4/4/2020 ນີ້ວ່າ:

ປະຊາຊົນຈຳນວນດັ່ງກ່າວເປັນພຽງໄຂ້ຫັວດທຳມະດາ ບໍ່ແມ່ນພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19 ການເປັນໄຂ້ຫວັດຂອງປະຊາຊົນໃນເຂດບ້ານດັ່ງກ່າວເກີດຂຶ້ນໃນມີນາ ຜ່ານມາ ໃນນັ້ນອາສາສະໝັກຂັ້ນບ້ານກໍໄດ້ລາຍງານມາ ໂຮງໝໍນ້ອຍ ແລະ ຫ້ອງການສາທາລະນະສຸກເມືອງ ແລະ ສາທາລະນະສຸກເມືອງຫລາ ໄດ້ສົ່ງວິຊາການລົງເກັບກຳຂໍ້ມູນຕົວຈິງແລະມາໃນວັນທີ 2 ເມສາ 2020 ພະນັກງານແພດໝໍ ຈິ່ງໄດ້ລົງກວດກາ ແລະ ປິ່ນປົວ ເຫັນວ່າໃນເບື້ອງຕົ້ນມີເຈັບທັງໝົດ 84 ຄົນ ຍິງ 55 ຄົນ ເດັກຕ່ຳກ່ວາ 5 ປີ ມີ 18 ຄົນ ຍິງ 9 ຄົນ

ເຊີ່ງທັງໝົດເປັນພຽງໄຂ້ຫວັດທຳມະດາ ແລະ ໄດ້ສະໜອງຢາຈຳນວນໜື່ງເພື່ອປະກອບເຂົ້າໃນການລົງເຄື່ອນໄຫວປິ່ນປົວ ຜ່ານການປິ່ນປົວມາຮອດປັດຈຸບັນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີແລ້ວ ຈຳນວນ 75 ຄົນ ແລະ ຍັງສືບຕໍ່ກິນຢາຈຳນວນ 9 ຄົນ.

ເຊີ່ງປະຈຸບັນພະນັກງານແພດໝໍໄດ້ລົງຕິດຕາມແລະປິນປົວກັບທີ່.ຈາກການກວດກາ ແລະ ບົງມະຕິຕາມຫຼັກການທາງການແພດແລ້ວສາມາດຍັ້ງຢືນໄດ້ວ່າ: ຄົນເຈັບແມ່ນມີອາການໄຂ້ຫັວດທຳມະດາ ບໍ່ເຂົ້າໃນນິຍາມອາການຂອງພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19 ອີກປະການໜື່ງ ບ້ານ ນໍ້າແລງ ກໍບໍ່ມີຄວາມສ່ຽງທີ່ຈະເກີດມີພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19

ເນື່ອງຈາກວ່າບ້ານດັ່ງກ່າວບໍ່ມີນັກທ່ອງທ່ຽວເຂົ້າມາ ແລະ ບໍ່ມີປະຊາຊົນໄປເຄື່ອນໄຫວຢູ່ເຂດທີ່ມີການລະບາດຂອງເຊື້ອພະຍາດ
ທ່ານຍັງເນັ້ນຕື່ມອີກວ່າ: ຜ່ານການກວດກາ ບົງມະຕິພະຍາດ ແລະ ສືບສວນປະຫັວດການເຄື່ອນໄຫວຂອງພໍ່ແມ່ປະຊາຊົນພາຍໃນບ້ານ ຈື່ງສາມາດຍັ້ງຢືນໄດ້ວ່າ: ກໍລະນີເກີດມີຜູ້ຕິດເຊື້ອໄຂ້ຫັວດຈຳນວນຫຼາຍ ຢູ່ບ້ານ ນ້ຳແລງ ເມືອງຫຼາ ເປັນພຽງໄຂ້ຫັວດທຳມະດາ ບໍ່ແມ່ນພະຍາດໂຄວິດ-19.

