ແຈ້ງການຈາກກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ປິດການດຳເນີນກິດຈະການໂຮງງານຂຸດຄົ້ນປຸງແຕ່ງບໍ່ແຮ່ທາດ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກໃນທົ່ວປະເທດຊົ່ວຄາວ !
ວັນນີ້ 05 ເມສາ 2020, ກະຊວງພະລັງງານ ແລະ ບໍ່ແຮ່ ອອກແຈ້ງການ ສະບັບເລກທີ 0432/ພບ ເລື່ອງປິດການດຳເນີນກິດຈະການໂຮງງານຂຸດຄົ້ນປຸງແຕ່ງບໍ່ແຮ່ທາດ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຊົ່ວຄາວ (ໃນລະຫວ່າງວັນທີ 01-19 ເມສາ 2020) ເພື່ອສະກັດກັ້ນການລະບາດຂອງພະຍາດ COVID-19.
ຢ່າງໃດກໍ່ຕາມ ການແຜ່ລະບາດຂອງພະຍາດ COVID-19 ໃນ ສປປ ລາວ ກໍລະນີລ່າສຸດ ຄົນທີ 11 ແມ່ນເປັນພະນັກງານບໍລິສັດພູເບ້ຍ ມາຍນິງ ເຊິ່ງເປັນບໍລິສັດຄົ້ນປຸງແຕ່ງແຮ່ທາດ.

