ສະບາຍດີທຸກຄົນ ມີໃຜແນ່ທີ່ມັກກິນເຂົ້າກໍ່າ ຖ້າໃຜທີ່ກົດເຂົ້າມາອ່ານ ໂພສດນີ້ ຄົງຈະມັກກິນເຂົ້າກໍ່າແມ່ນບໍ່?

ມື້ນີ້ແອດມິນ ເລີຍນຳເອົາຂໍ້ມູນດີໆ ກ່ຽວກັບຄຸນປະໂຫຍດຂອງເຂົ້າກໍ່າມາໃຫ້ຮູ້ນຳກັນ

ເຂົ້າກໍ່າເປັນເຂົ້າຫນຽວທີ່ມີສີດຳອອກມ້ວງ ແລະ ມີຄວາມກອບແຊບເວລາຫນຶ້ງກິນ

ປະໂຫຍດຂອງເຂົ້າກໍ່າ

  • ເຂົ້າກ່ຳ ມີປະໂຫຍດຫລາຍກວ່າທີ່ຄິດ ມີສານອາຫານທີ່ຊ່ວຍບໍາລຸງເລືອດ ແລະ ບຳລຸງແຮ່ທາດຊ່ວຍໃຫ້ຮ່າງກາຍສ້າງພູມຕ້ານທານຕໍ່ໂລກຕ່າງໆ ຊວ່ຍກະຕຸ້ນຮໍໂມນທີ່ກ່ຽວຂ້ອງກັບການຈະເລີນເຕີບໂຕຂອງຮ່າງກາຍເຮັດໃຫ້ຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບຫລາຍຂື້ນ.
  • ເຂົ້າກໍ່າ ມີສານອາຫານຫຼາຍຊະນິດທັງວິຕາມິນ ແລະແຮ່ທາດທີ່ຊ່ວຍບຳລຸງເລືອດ ແລະບຳລຸງທາດຕ່າງໆໃນຮ່າງກາຍ, ເຮັດໃຫ້ຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ, ຮ່າງກາຍເຮົາຈຶ່ງສ້າງພູມຕ້ານທານຕ່າງໆຕໍ່ພະຍາດ ຫຼືບຳບັດອາການຂອງພະຍາດຊໍ້າເຮື້ອຕ່າງໆດ້ວຍຕົວເອງ ໂດຍສະເພາະພະຍາດທີ່ກ່ຽວກັບຄວາມຈຳເສື່ອມ, ຕ້ານມະເຮັງ, ອຳມະພາດ, ຄວາມດັນເລືອດ, ຄໍເລດເຕີລໍ, ເສັ້ນເລືອດຕີບ, ໄມເກຣນ, ຫຼຸດຄວາມຄຽດ, ຊ່ວຍໃຫ້ນອນຫຼັບດີ ແກ້ບັນຫາໄວທອງ ແລະປວດປະຈຳເດືອນ.
  • ນອກຈາກນີ້ ເຂົ້າກໍ່າຍັງມີສານແອນໂທໄຊຍານິນ ເຊິ່ງມີການວິໄຈພົບວ່າ ສາມາດຫຼຸດການເກີດຫຼອດເລືອດຫົວໃຈໄດ້ ໃນການເກີດພະຍາດຫົວໃຈຂາດເລືອດໄດ້ໃນຜູ້ຍິງໄວອາຍຸກາງຄົນ ລະຫວ່າງອາຍຸ 25-42 ປີໄດ້.

ຮູ້ແບບນີ້ແລ້ວ ກໍ່ຫາໂອກາດຊອກຊື້ ຊອກຫາເຂົ້າກໍ່າມາກິນແນ່ເດີ້ ເພາະສິໄດ້ສຸຂະພາບແຂງແຮງ ນຳກັນ

Leave a Reply

Your email address will not be published. Required fields are marked *