ການດື່ມນໍ້າເປັນສິ່ງຈຳເປັນຫລາຍໃນຊີວິດປະຈຳວັນ ການດື່ມນໍ້າບໍ່ພຽງແຕ່ແກ້ອາການອ່ອນເພຍຈາກການເຮັດວຽກ ຫລື ເຮັດກິດຈະກຳຕ່າງໆແລ້ວ ມັນຍັງເປັນອີກນຶ່ງປັດໃຈທີ່ເຮັດໃຫ້ສຸຂະພາບແຂງແຮງອີກດ້ວຍ
- ແຕ່ການດື່ມນໍ້າທີ່ຖືກຕ້ອງນັ້ນ ຄົນສ່ວນຫລາຍຍັງ ບໍ່ຮູ້ຢ່າງເລີກເຊີງ ວ່າ ຄວນດື່ມຕອນໃດຈະດີທີ່ສຸດ
- ຕາມປົກກະຕິຄົນສ່ວນຫລາຍກໍ່ຈະຄິດວ່າ ຈະດື່ມນໍ້າໃນເວລາທີ່ຢາກຫລືຫິວນໍ້າ ແລະ ນັ້ນກໍ່ຖືກຕ້ອງຢູ່
- ແຕ່ການດື່ມນໍ້າທີ່ຖືກຕ້ອງ ແມ່ນຄວນດື່ມຫລັງຕື່ນນອນ 1 ຫລື 2 ຈອກ
- ຫລັງອາຫານ ຫລື ກ່ອນອາຫານ

ຫລັງຈາກອອກກຳລັງກາຍ ຫລື ກ່ອນກໍ່ໄດ້ ແຕ່ສິ່ງສຳຄັນທີ່ສຸດກໍ່ຄວນເປັນນໍ້າທີ່ສະອາດ ແລະ ຢູ່ໃນອຸນຫະພູມຫ້ອງຈະເປັນການດີຕໍ່ການຫມູນວຽນຂອງເລືອດ ຫລື ການຍ່ອຍອາຫານ
ຖ້າອາກາດເຢັນຄວນຈະດື່ມນໍ້າອຸ່ນຈະເປັນການດີ ເພາະຈະເຮັດໃຫ້ຮ່າງກາຍຂອງເຮົາອົບອຸ່ນໄປນຳ

ດື່ມນ້ຳແບບຟ້າວຟັ່ງອັນຕະລາຍ
- ໃຜໆກໍ່ບອກວ່າຄວນຈະດື່ມນ້ຳໃຫ້ໄດ້ 8 ຈອກຕໍ່ມື້,
- ແຕ່ຕ້ອງຄ່ອຍໆດື່ມໄປຕະຫລອດວັນ ບໍ່ແມ່ນໝົດມື້ບໍ່ດື່ມເລີຍແລ້ວມາດື່ມໃນຄັ້ງດຽວ
- ເພາະການດື່ມນ້ຳໃນປະລິມານຫລາຍໆໃນຄັ້ງດຽວອາດເຮັດໃຫ້ອາການນ້ຳເປັນພິດ
- ເນື່ອງຈາກເລືອດຈາງ ແລະ ອາດເຮັດໃຫ້ເປັນຕະຄິວ, ກ້າມເນື້ອເຄັ່ງຕາມມາ.
- ຖ້າອາການເຄັ່ງດັ່ງກ່າວໄປເກີດຢູ່ສະໝອງ, ຫົວໃຈ ຫລື ປອດ ກໍ່ອາດຈະເຮັດໃຫ້ລະບົບຫາຍໃຈຫລົ້ມເຫລວ ແລະ ເສຍຊີວິດໄດ້.
