ທ່ານໃດທີ່ມັກຕື່ນເຊົ້າ ແລ້ວຍ່າງອອກກຳລັງກາຍ ຫລື ເຮັດກິດຈະກຳຕ່າງໆໂດຍໄດ້ສຳຜັດກັບແສງແດດແລ້ວ ຄົງຈະຮູ້ດີເລີຍວ່າ ແດດຍາມເຊົ້ານັ້ນມີປະໂຫຍດຫລາຍຢ່າງກວ່າທີ່ເຮົາຮູ້ ໂດຍສະເພາະ ແດດຕອນ 6 ໂມງເຊົ້າ ຫາ 9 ໂມງເຊົ້ານັ້ນເປັນແສງແດດທີ່ບໍ່ກ້າແລະໃຫ້ຄວາມອົບອຸ່ນແກ່ຮ່າງກາຍໄດ້ດີ.

- ແດດອ່ອນຕອນເຊົ້າ ແສງແດດຍາມເຊົ້າຖືວ່າເປັນຢາທຳມະຊາດທີ່ທຸກຄົນສາມາດເປັນເຈົ້າຂອງ
- ໂດຍບໍ່ຕ້ອງເສຍເງິນໄປຊື້ ນອກຈາກເຮັດໃຫ້ກະດູກແຂງແຮງແລ້ວ
- ຍັງເຮັດໃຫ້ອາລົມດີ ເພາະວ່າ ແດດອ່ອນໆ ມີວິຕາມິນທີ່ຊ່ວຍກະຕຸ້ນໃຫ້ຮ່າງກາຍຫລັງສານແຫ່ງຄວາມສຸກອອກມາຕໍ່ຕ້ານອາການຊຶມເສົ້າໃນຕົວເຮົາ ຄົນທີ່ຍ່າງ ແລະ ແລ່ນຮັບແດດອ່ອນ
- ຈຶ່ງມີໜ້າຕາເບີກບານກວ່າຄົນທີ່ມົວສຸມແຕ່ການຫລົບຫລີກແດດຢູ່ໃນແຕ່ເຮືອນ.
ຮູ້ແບບນີ້ແລ້ວໃຜທີ່ບໍ່ມັກແສງແດດຕ້ອງປ່ຽນຄວາມຄິດໄປເລີຍແມ່ນບໍ່?
ຫາກທ່ານມີຂໍ້ມູນຄວາມຮູ້ ທີ່ຢາກແບ່ງປັນສາມາດ ສົ່ງມາຫາພວກເຮົາ ເພື່ອເຜີຍແຜ່ ໃຫ້ຄົນອື່ນໆ ໄດ້ອ່ານ!
