ລາຍງານຈາກຄະນະສະເພາະກິດ ໃນເວລາ 14:30 ວັນທີ 1 ເມສາ 2020 ໃຫ້ຮູ້ວ່າ ປະຈຸບັນ ປະເທດລາວ ໄດ້ມີການກວດ ຜູ່ສົງໄສ 437 ຕົວຢ່າງ, ພົບຜູ່ຕິດເຊືອ້ 10 ຄົນ, ເຊິ່ງລາຍຫຼ້າສຸດ ແມ່ນຢືນຢັນ ໃນວັນທີ 31 ມີນາ 2020. ໃນຈໍານວນ 10 ຄົນນີ້, ມີການກອບສອບພົບ ຄົນໃກ້ຊິດ ແລະ ພົວພັນ ທັງໝົດ 186 ຄົນ, ໃນນີ້ ຢູ່ ນະຄອນຫຼວງ 118 ຄົນ, ຫຼວງພະບາງ 44 ຄົນ ແລະ ອຸດົມໄຊ 24 ຄົນ, ທີ່ທັງໝົດ ໄດ້ຮັບການຕິດຕາມ ແລະ ກັກຕົນເອງ ເພື່ອຕິດຕາມອາການ.
ລາຍລະອຽດ ຂອງຜູ່ຕິດເຊື້ອ ທັງ 10 ຄົນມີດັ່ງລຸ່ມນີ້
ຜູ້ຕິດເຊື້ອທີ 10: 01/04/2020, ເພດຍິງ, 21 ປີ, ຢູ່ບ້ານໜອງສະໂນຄຳ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ວັນທີ 27 ເຖິງ 29 ມີນາ 2020 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຈາມ, ເມື່ອຍ, ຫາຍໃຈຍາກ ຊື້ຢາກິນເອງ ຈົນຮອດ 30 ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ, ວັນທີ 31 ມີນາ 2020 ຈຶ່ງໄປໂຮງໝໍມິດຕະພາບ ແລະ ເຖິງບົ່ງມະຕິ ວ່າເປັນໂຄວິດ ແລະ ເຂົ້ານອນໂຮງໝໍມິດຕະພາບ. ລາວເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຄົນທີ 8 ເພດຊາຍທີ່ເປັນພະນັກງານ DHL.
ຜູ້ຕິດເຊື້ອທີ 9: 30/03/2020, ເພດຍິງ, 22 ປີ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ປະຈຸບັນໄດ້ເອົາເຂົ້ານອນປຶ່ນປົວຢູ່ ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້, ມີປະຫວັດການເດີນທາງມາແຕ່ປະເທດໄທ.
ຜູ້ຕິດເຊື້ອທີ 8: 28/03/2020, ເພດຊາຍ, 18 ປີີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ເປັນຜູ້ໃກ້ຊິດກັບ ຜູ້ຕິດເຊື້ອທີ 3.
ຜູ້ຕິດເຊື້ອທີ 7: 28/03/2020, ເພດຍິງ, 50 ປີີ, ບ້ານວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນເມຍຂອງ ຜູ້ຕິດເຊື້ອທີ 5.
ຜູ້ຕິດເຊື້ອທີ 6: 26/03/2020, ເພດຊາຍ, 41 ປີີ, ບ້ານ ຈໍາປາ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເປັນຜູ້ສໍາພັດໃກ້ຊິດກັບ ກໍລະນີຕິດທິ່ 3.
ຜູ້ຕິດເຊື້ອທີ 5: 26/03/2020, ເພດຊາຍ, 52 ປີີ, ບ້ານ ວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.
ຜູ້ຕິດເຊື້ອທີ 4: 25/03/2020, ເພດຊາຍ, 42 ປີີ, ບ້ານ ປ່ອງຄຳ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.
ຜູ້ຕິດເຊື້ອທີ 3: 24/03/2020, ເພດຊາຍ, 26 ປີີ, ບ້ານ ຫ້ວຍຫ້ອມ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ເປັນຜູ້ສໍາພັດໃກ້ຊິດກັບ ຜູ້ຕິດເຊື້ອທີ 1.
ຜູ້ຕິດເຊື້ອທີ 2: 24/03/2020, ເພດຍິງ, 36 ປີ, ອາຊີບພະນັກງານນຳທ່ຽວ, ມີອາການເຈັບເປັນໃນວັນທີ 10 ມີນາ 2020 ຜູ້ກ່ຽວມີອາການ ໄຂ້, ໄອແຫ້ງ ແລະເມື່ອຍ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22 ມີນາ 2020 ເວລາປະມານ 14:00 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືອດລວມ ແລະເອັກຊະເລປອດ ແຕ່ບໍ່ເຫັນຫຍັງຜິດປົກກະຕິໃດໆ, ທ່ານໝໍໄດ້ແນະນຳໃຫ້ເມືອຕິດຕາມອາການຢູ່ເຮືອນ ແລ້ວຜູ້ກ່ຽວໄດ້ໄປຮັກສາໂຕຢູ່ໂຮງແຮມແຫ່ງໜຶ່ງ. ສ່ວນສະມາຊິກໃນຄອບຄົວທີ່ສ່ຽງຕິດນຳລາວມີ 2 ຄົນ ຄືແມ່ແລະນ້ອງສາວ. ເມື່ອອາການບໍ່ດີຂຶ້ນຈຶ່ງໄດ້ເຂົ້າໄປປົວແລະແຍກປ່ຽວຢູ່ໂຮງໝໍມິດຕະພາບ 150 ຕຽງ, ທ່ານໝໍຈຶ່ງໄດ້ນຳເອົາຕົວຢ່າງຈາກຜູ້ກ່ຽວໄປກວດວິເຄາະແລ້ວພົບວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ນຳພາແຂກທີ່ມາຈາກບັນດາປະເທດເອີຣົບ ໄປທ່ອງທ່ຽວສະຖານທີ່ຕ່າງໆ ໃນວຽງຈັນ-ວັງວຽງ.
ຜູ້ຕິດເຊື້ອທີ 1: 24/03/2020, ເພດຊາຍ, 28 ປີ, ພະນັກງານຢູ່ແຮງໂຮມຄລາວພລາຊ່າ, ມີປະຫວັດການເດິນທາງໄປປະເທດໄທ ຄື ວັນທີ 5-8 ມີນາ 2020 ໄດ້ເຂົ້າຮ່ວມສຳມະນາຢູ່ອາຄານ ໄບເທັກບາງນາ, ນະຄອນຫຼວງບາງກອກ, ປະເທດໄທ. ແລະກັບເຂົ້າມາປະເທດລາວເມື່ອວັນທີ 9 ມີນາ 2020 ທີ່ດ່ານສະໜາມບິນສາກົນວັດໄຕ ແລ້ວກັບເມືອເຮືອນເກັບໂຕ ຕິດຕາມອາການ ບໍ່ໄດ້ອອກໄປໃສ. ທີ່ຜ່ານມາຍັງບໍ່ໄດ້ສຳຜັດກັບໃຜ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈຳຕົວມາກ່ອນ. ສ່ວນສະມາຊິກໃນຄອບຄົວທີ່ມີຄວາມສ່ຽງ 3 ຄົນ ຄື ພໍ່, ນ້ອງສາວ ແລະນ້ອງຊາຍ ແຕ່ລະຄົນຍັງບໍ່ມີໃຜມີອາການຫຍັງສະແດງອອກເທື່ອ. ປະຫວັດການເຈັບ: ວັນທີ 23 ມີນາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ, ໄອ ແລະຫາຍໃຈຍາກ. ເວລາ 9:00 ຂອງວັນດຽວກັນ ໄດ້ເຂົ້າກວດຢູ່ໂຮງໝໍມິດຕະພາບ ແລະນອນຕິດຕາມອາການຄົນເຈັບຢູ່ຫ້ອງແຍກປ່ຽວ ແລະໄດ້ເກັບຕົວຢ່າງເມືອກຜົ້ງດັງ ແລະຮູຄໍ ແລ້ວນຳສົ່ງໄປກວດຢູ່ ສວລ ໃນເວລາ 10:30 ຂອງມື້ດຽວກັນ ແລະຜົນການກວດວິເຄາະຢືນຢັນວ່າຜູ້ກ່ຽວມີເຊື້ອ ໂຄວິດ-19.