ໃນຕອນບ່າຍຂອງມື້ນີ້ ວັນທີ 18 ມີນາ 2020, ຢູ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກ ອຳນາດການປົກຄອງແຂວງຫູໜານ, ສປ ຈີນ (ໂດຍຜ່ານຫ້ອງການຕ່າງປະເທດແຂວງ) ແລະ ເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ຊ່ຽເຟິງ ສາກົນ ແຂວງຫູໜານ, ທີ່ມອບໃຫ້ລັດຖະບານລາວ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງສົ່ງຜົນກະທົບເປັນວົງກວ້າງໃນປັດຈຸບັນ.

ເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: ເຄື່ອງວັດແທກອຸ່ນຫະພູມອິນຟາເຣດ ຈຳນວນ 100 ອັນ, ຊຸດປ້ອງກັນການແພດ 80 ຫີບ (ຈຳນວນ 2,000 ຊຸດ) ແລະ ແວ່ນຕາປ້ອງກັນສຳລັບແພດ 50 ຫີບ (ຈຳນວນ 400 ອັນ).

ຕາງໜ້າຝ່າຍ ສປ ຈີນ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນ ທ່ານ ຊົ້ງ ເຈຍເຟິງ, ປະທານ ບໍລິສັດ ຊ່ຽງເຟິງ ສາກົນ ແຂວງຫູໜານ, ແລະ ປະທານກິດຕິມະສັກຖາວອນຂອງສະພາການຄ້າແຂວງຫູໜານ ປະຈຳລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຝ່າຍລາວ ຮັບໂດຍທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກ ກະຊວງສາທາລະນະສຸກ ແລະ ບໍລິສັດ ການບິນລາວ ເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວ

ພາບ-ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ

Leave a Reply

Your email address will not be published. Required fields are marked *