ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຍອມຮັບວ່າ ກ່ຽວກັບແຈ້ງການຂອງກົງສູນໄທ ປະຈຳແຂວງສະຫວັນນະເຂດ ເລກທີ 29310/83 ວ່າມີຄົນໄທເຊິ່ງເປັນນັກເຊຍມວຍ ທີ່ເດີນ ທາງມາຈາກນະຄອນຫລວງບາງກອກມາທ່ຽວຢູ່ນະຄອນພະນົມປະເທດໄທ ແລະ ຂ້າມມາທ່ຽວຢູ່ເມືອງທ່າແຂກແຂວງຄຳມ່ວນ ມີບາງສ່ວນເທົ່ານັ້ນທີ່ມີມູນຄວາມຈິງ. ປັດຈຸບັນນີ້ຄະນະສະເພາະກິດກໍຄືກະຊວງສາທາລະນະສຸກ ແລະພາກສ່ວນຕ່າງໆກ່ຽວຂ້ອງກຳລັງກວດສອບຄືນ ແລະ ຕິດຕາມຢ່າງໃກ້ຊິດ.

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສຳ ພາດວ່າ: ແຈ້ງການສະບັບນີ້ມີເນື້ອໃນລະບຸວ່າ: ເມື່ອວັນທີ 12 ມີນາ 2020 ເວລາ 9:30 ໂມງ ມີຜູ້ຕິດເຊື້ອໄວຣັດໂຄວິດ-19 ເຊິ່ງເປັນຄົນໄທ ແລະ ຄະນະລວມ 5 ຄົນ ເດີນທາງຂ້າມຂົວມິດຕະພາບ ແຫ່ງທີ 3 ຈາກແຂວງນະຄອນພະນົມ ປະເທດໄທ ໄປແຂວງຄໍາມ່ວນ ຄະນະດັ່ງກ່າວໄດ້ໄປຮັບປະ ທານອາຫານທີ່ຮ້ານຈຳນວນໜຶ່ງກ່ອນເດີນທາງກັບປະເທດໃນວັນດຽວກັນ.
ຜ່ານການລົງເກັບກຳຂໍ້ມູນຕົວຈິງ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ເຫັນວ່າຂໍ້ມູນຫລາຍຢ່າງທີ່ໄດ້ຮັບກັບການແຈ້ງການສະບັບນັ້ນບໍ່ກົງກັນ ໂດຍສະເພາະຈຳນວນຄົນທີ່ເຂົ້າມາລວມເຖິງລາຍຊື່ທີ່ແຈ້ງມາກໍ່ບໍ່ກົງກັນ. ຢ່າງໃດກໍ່ຕາມພາກ ສ່ວນກ່ຽວຂ້ອງໄດ້ປະສານສົມທົບກັບແຂວງຄຳມ່ວນ ລົງສອບຖາມຂໍ້ມຸນຢູ່ສະຖານທີ່ສອງແຫ່ງ ທີ່ກຸ່ມຄົນເຫຼົ່ານັ້ນໄປທ່ຽວ ພ້ອມທັງໄດ້ເກັບຕົວຢ່າງຈາກຄົນທີ່ໄດ້ໃກ້ຊິດ ແລະ ເນັ້ນໜັກໃຫ້ເຂົາເຈົ້າຕິດຕາມອາການພາຍໃນ 14 ວັນ.

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມວ່າ: ສຳລັບກໍລະນີກວດພົບຜູ້ສົງໃສຕິດເຊື້ອພະຍາດ ໂຄວິດ 19 ຢູ່ແຂວງສະຫວັນນະເຂດນັ້ນ ເປັນເພດຍິງ ອາຍຸ 28 ປີ ເດີນທາງມາຈາກປະເທດໄທ ມີອາການເປັນໄຂ້ ຕໍ່ບັນຫານີ້ພາກສ່ວນກ່ຽວຂ້ອງໄດ້ເກັບກຳຕົວຢ່າງໄປກວດແລ້ວ ເຊິ່ງຈະໃຊ້ເວລາປະມານ 8 ຫາ 10 ຊົ່ວໂມງຈຶ່ງຈະຮູ້ຜົນກວດ. ນອກ ຈາກນີ້, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ສັງຄົມບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ, ບໍ່ຄວນແຕກຕື່ນ ແລະ ກັງວົນຈົນເກີນໄປ ພ້ອມທັງໃຫ້ປະຕິບັດຕາມຄຳແນະນຳຂອງ ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ, ພະຍາຍາມຮັກສາສຸຂະພາບຂອງຕົນເອງ ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້.
ໂດຍ: Lao National Radio