ໃນຕອນເຊົ້າມື້ນີ້ ວັນທີ 17 ມີນານີ້, ທີໂຮງຮຽນມັດທະຍົມສົມບູນປ່ອງຄຳ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ,ຫ້ອງການສາທາລະນະສຸກນະຄອນຫຼວງພະບາງ ໄດ້ເປີດຂະບວນສັກຢາວັກແຊັງກັນພະຍາດມະເຮັງປາກມົດລູກຂຶ້ນ ໂດຍມີ ທ່ານນາງ ຄຳພູ ຈັນທະວົງ, ຫົວໜ້າຫ້ອງການສາທາລະນະສຸກນະຄອນຫຼວງພະບາງ, ພ້ອມດ້ວຍຄະນະຮັບຜິດຊອບ, ພະນັກງານວິຊາການແພດ, ຄູ ແລະ ນັກຮຽນກຸ່ມເປົ້າໝາຍເຂົ້າຮ່ວມ.

ໃນໂອກາດນີ້, ທ່ານນາງ ຄຳພູ ຈັນທະວົງ ກ່າວວ່າ: ປັດຈຸ ບັນ, ຄົນເປັນພະຍາດມະເຮັງປາກມົດລູກແມ່ນກວມອັດສູງພໍສົມຄວນ; ໃນແຕ່ລະປີ, ທົ່ວໂລກຈະມີຜູ້ຕິດເຊື້ອຈຳນວນສູງເຖິງ 5 ແສນກວ່າຄົນ ແລະ ມີແມ່ຍິງເສຍຊີວິດຍ້ອນພະຍາດນີ້ກວມ 50%.

ຍ້ອນເຫັນໄດ້ຄວາມສຳຄັນຕໍ່ວຽກງານສາທາລະນະສຸກ, ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ນຳຢາວັກແຊັງປ້ອງກັນພະຍາດດັ່ງກ່າວເຂົ້າມາລາວເປັນຄັ້ງທຳອິດ ເພື່ອສັກໃຫ້ກຸ່ມເປົ້າໝາຍໂດຍບໍ່ເສຍຄ່າ, ໂດຍສະເພາະແມ່ນເດັກຍິງ ອາຍຸລະຫວ່າງ 10 ຫາ 14 ປີ, ແນ່ໃສ່ເພື່ອເຮັດໃຫ້ ອັດຕາຄວາມສຽງຕໍ່ການຕິດເຊື້ອ ແລະ ອັດຕາການຕາຍ ຍ້ອນພະຍາດມະເຮັງປາກມົດລູກນີ້ ນັບມື້ນັບຫຼຸດໜ້ອຍຖອຍລົງ.

ສຳລັບ ນະຄອນຫຼວງພະບາງ ແມ່ນມີເປົ້າໝາຍທີ່ຈະສັກຢາໃຫ້ທັງໝົດ 4 ພັນກວ່າຄົນ ຈາກ 15 ກຸ່ມບ້ານ, ໂດຍແບ່ງອອກເປັນ 113 ຈຸດ; ສ່ວນໃຫຍ່ແມ່ນເລັ່ງໃສ່ໂຮງຮຽນຕ່າງໆ, ຊຶ່ງມີການແຕ່ງຕັ້ງທີມງານ ລົງສັກຢາໃຫ້ກຸ່ມເປົ້າໝາຍທີ່ບໍ່ໄດ້ເຂົ້າໂຮງຮຽນ ຢູ່ບັນດາບ້ານໃຫ້ຄົບ ແລະ ບັນລຸເປົ້າໝາຍທີ່ວາງໄວ້.

ຂະບວນສັກຢາວັກແຊັງກັນມະເຮັງປາກມົດລູກ ໃຫ້ກຸ່ມເປົ້າໝາຍ ຖືກຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ຊຶ່ງເລີ່ມຂຶ້ນແຕ່ວັນທີ 10 ມີນາ ຮອດ ວັນທີ 20 ມີນາ 2020 ນີ້ ໃຫ້ສໍາເລັດ.
ສະເພາະກຸ່ມເປົ້າໝາຍ ແມ່ນສາມາດເຂົ້າໄປຮັບການບໍລິການໄດ້ ຢູ່ສະຖານທີ່ບໍລິການໃກ້ບ້ານຂອງທ່ານ ຫຼື ທ່ານສາມາດຮັບບໍລິການຜ່ານໜ່ວຍແພດເຄື່ອນທີ່.
ຂ່າວ: ແຫຼ້ ສຸລີນພອນ