ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 24 ກຸມພາ 2020 ໄດ້ສົມທົບກັບ ປກສ ກຸ່ມ ໜອງດ້ວງ ແລະ ອໍານາດການປົກຄອງ ບ້ານໜອງບົວທອງໃຕ້ ລົງແກ້ໄຂ້ເປົ້າໝາຍມົ້ວສຸມຢາເສບຕິດ ຢູ່ບ້ານໜອງບົວທອງໃຕ້ ເມືອງສີໂຄດຕະບອງ ນວ;

ໃນເວລາ 11:00 ໂມງເຈົ້າໜ້າທີ່ໄດ້ກວດພົບເປົ້າໝາຍ 1 ຄົນຄື: ທ້າວອານຸສອນ ອາຍຸ 19 ປີອາຊີບກໍາມະກອນທີ່ກໍາລັງຍ່າງອອກຈາກເຮືອນມາ ເຈົ້າໜ້າທີ່ຈຶ່ງຂໍເຂົ້າກວດຄົ້ນຕົວພົບຢາບ້າຢູ່ໃນຖົງພາຍຈໍານວນ 573 ເມັດ. ດັ່ງນັ້ນ, ຈຶ່ງກັກຕົວມາສອບສວນ.
ຜ່ານການສຶບສວນ-ສອບສວນ ທ້າວ ອານຸສອນ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນເບື້ອງຕົ້ນຕົນເອງໄດ້ເຂົ້າໄປພົວພັນຫຼີ້ນເກມອິນເຕີເນັດອອນລາຍ ແຕ່ຕົ້ນປີ 2019 ຢູ່ຮ້ານອິນເຕີເນັດ ເຂດບ້ານໜອງບົວທອງໃຕ້ ເມືອງສີໂຄດຕະບອງ ນວ ໄດ້ໄລຍະໜຶ່ງຕົນເອງກໍໄດ້ເລີ່ມພົວພັນເສບຢາບ້າຍ້ອນໝູ່ຊັກຊວນໃຫ້ລອງເສບ ໂດຍເລີ່ມເສບມື້ລະ 1 ເມັດ. ຫຼັງຈາກນັ້ນ ກໍເສບຫຼາຍຂຶ້ນຫຼາຍຂຶ້ນ; ເຊິ່ງເສບມື້ລະ 5-7 ເມັດ; ສ່ວນຢາບ້າທີ່ນໍາມາເສບນັ້ນ ແມ່ນຊື້ຈາກຊາຍຄົນໜຶ່ງ (ບໍ່ຮູ້ຊື່) ມາຮອດຕົ້ນປີ 2020 ຕົນເອງໄດ້ມີແນວຄິດຢາກຄ້າຂາຍຢາບ້າ ຍ້ອນບໍ່ມີເງິນໄປຫຼີ້ນເກມ. ດັ່ງນັ້ນ, ຈືຶ່ງໄດ້ຕິດຕໍ່ຊື້ຢາບ້ານໍາຊາຍຄົນໜຶ່ງຢູ່ບ້ານດຽວກັນ ໂດຍຊື້ຄັ້ງລະ 50-100 ເມັດ; ເມື່ອໄດ້ຢາບ້າມາກໍເອົາມາຂາຍໃຫ້ໄວລຸ້ນທົ່ວໄປພາຍໃນບ້ານ.

ພໍໄດ້ເງິນມາກໍ່ເອົາໄປຫຼີ້ນເກມ ແລະ ໃຊ້ຈ່າຍແຕ່ລະວັນ ແລະ ກ່ອນຈະຖືກຈັບ ຕົນເອງໄດ້ສັ່ງຊື້ຢາບ້າອີກຈໍານວນ 600 ເມັດ ແລະ ຂາຍໄປແລ້ວ 27 ເມັດ. ມາວັນທີ 24 ກຸມພາ 2020 ຕົນເອງແມ່ນໄດ້ຍ່າງອອກຈາກເຮືອນ ເພື່ອໄປຫຼີ້ນເກມ, ແຕ່ຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຂອງກາງຢາບ້າຈໍານວນ 573 ເມັດຢູ່ໃນກະເປົາພາຍ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ອີກວ່າ: ປັດຈຸບັນຄະດີດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂະຫຍາຍຜົນ ເພື່ອຫາຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.