ວັນທີ 10 ມີນານີ້, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເດີນທາງເຖິງນະຄອນອູຮັ້ນ ແນວໜ້າໃນການຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ຢູ່ຈີນ, ທ່ານໄດ້ໃຫ້ທິດຊີ້ນຳແຫ່ງການເປີດບັ້ນຕັດສິນຊີ້ຂາດເພື່ອເອົາຊະນະໃນການປ້ອງກັນແລະຄວບຄຸມພະຍາດ COVID-19 ໃນຄັ້ງນີ້ຢ່າງເດັດຂາດໃນທີ່ສຸດ. ກ່ອນໜ້ານີ້, ທ່ານສີຈິ້ນຜິງເຄີຍໄດ້ໄປສຳຫລວດກວດເບິ່ງວຽກງານປ້ອງກັນແລະຄວບຄຸມພະຍາດຢູ່ນະຄອນຫຼວງປັກກິ່ງສອງຄັ້ງ, ຄັ້ງນີ້ທ່ານໄດ້ໄປນະຄອນອູຮັ້ນເຊິ່ງຖືເປັນເຫດການທີ່ມີຄວາມໝາຍເປັນໂຕຊີ້ວັດໃນບັ້ນການຕ້ານກັບພະຍາດດັ່ງກ່າວ.

ກ່ອນໜ້ານີ້, ຜູ້ຊ່ຽວຊານອົງການອະນາໄມໂລກເຄີຍໄດ້ໃຫ້ທັດສະນະວ່າ, “ສົງຄາມປະຊາຊົນ” ທີ່ບໍ່ເຄີຍພົບພໍ້ມາກ່ອນ ທີ່ນຳພາໂດຍທ່ານສີຈິ້ນຜິງກຳລັງຈະປະສົບຜົນສຳເລັດໃນທີ່ສຸດ, “ການແຜ່ລະບາດຂອງພະຍາດຢູ່ຈີນໃກ້ຈະໝົດສີ້ນໄປແລ້ວ.” ໃນວັນທີ່ທ່ານສີຈິ້ນຜິງເດີນທາງເຖິງນະຄອນອູຮັ້ນ, ໂຮງໝໍຊົ່ວຄາວທີ່ໃຊ້ສະເພາະການປິ່ນປົວຜູ້ເປັນພະຍາດ COVID-19 ທັງໝົດ 14 ແຫ່ງໄດ້ປິດທັງໝົດແລ້ວ. “ຄວາມຈິງແລ້ວ, ວຽກງານປ້ອງກັນແລະຄວບຄຸມພະຍາດ COVID-19 ຢູ່ນະຄອນອູຮັ້ນໄດ້ຮັບຜົນສຳເລັດແບບກ້າວກະໂດດ.” ຜູ້ຊ່ຽວຊານເຫັນວ່າ, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດຢູ່ຈີນໃກ້ຈະສິ້ນສຸດລົງແລ້ວ.

ໃນເວລາທີ່ບໍ່ຮອດສອງເດືອນ, ໃນຖານະທີ່ເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ, ຈີນໄດ້ຄວບຄຸມການແຜ່ລະບາດຂອງພະຍາດຢ່າງສຳເລັດຜົນ, ຄົນທັງຫຼາຍເຫັນພ້ອມກັນໂດຍທົ່ວໄປວ່າ: ນີ້ແມ່ນຍ້ອນວ່າ, ຜູ້ນຳສູງສຸດຂອງຈີນໄດ້ຄຽງບ່າຄຽງໄຫຼ່ກັບປະຊາຊົນເພື່ອຕ້ານກັບການແຜ່ລະບາດຂອງພະຍາດ.
ຂະນະທີ່ທ່ານສີຈິ້ນຜິງເດີນທາງໄປບັນຊາການຢູ່ແນວໜ້າອີກຄັ້ງໜຶ່ງ ກໍເປັນການສະແດງໃຫ້ເຫັນເຖິງຈຸດດັ່ງກ່າວຢ່າງຈະແຈ້ງ. ຄືດັ່ງຄຳເວົ້າຂອງທ່ານອັນເດຣ ໂອສະຕຣົຟສກີ ຮອງຫົວໜ້າສະຖາບັນຄົ້ນຄວ້າຕາເວັນອອກໄກຂອງສະພາບັນດິດວິທະຍາສາດຣັດເຊຍເຄີຍກ່າວວ່າ: ນີ້ໄດ້ສະແດງໃຫ້ເຫັນເຖິງຫຼັກໝັ້ນຂອງພັກກອມມູນິດຈີນທີ່ມີຈຸດຢືນໂດຍຖືເອົາຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນເປັນວຽກບູລິມະສິດ ເຊິ່ງຈະກະຕຸກຊຸກຍູ້ໃຫ້ປະຊາຊົນຕໍ່ສູ້ກັບການແຜ່ລະບາດຂອງພະຍາດຢ່າງເດັດດ່ຽວໜຽວແໜ້ນກວ່າເກົ່າ ແລະ ຈະສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ໃນທີ່ສຸດ.

ຈາກການເປັນ “ຜູ້ບັນຊາການສູງສຸດ” ໃນການປ້ອງກັນແລະຄວບຄຸມພະຍາດ ແລະໄດ້ເປັນປະທານຈັດກອງປະຊຸມລະດັບສູງເພື່ອຈັດວາງແຜນການວຽກງານປ້ອງກັນແລະຄວບຄຸມພະຍາດ ຮອດການໄປສຳຫລວດກວດເບິ່ງວຽກງານປ້ອງກັນແລະຄວບຄຸມພະຍາດຢູ່ແນວໜ້າເປັນຄັ້ງທີ 3, ທ່ານສີຈິ້ນຜິງໄດ້ສະທ້ອນໃຫ້ເຫັນທັດສະນະປົກຄອງປະເທດໂດຍ “ຖືຄົນເປັນກົກ” ດ້ວຍການກະທຳຕົວຈິງ.
ຢູ່ນະຄອນອູຮັ້ນ, ທ່ານສີຈິ້ນຜິງໄດ້ປຸກລະດົມໃຫ້ຄົນທັງຫຼາຍຕ້ອງຍຶດໝັ້ນຄວາມໝັ້ນໃຈຈົນເຖິງທີ່ສຸດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງແບບແຜນວິທີເຮັດວຽກຂອງທ່ານທີ່ເດັດດ່ຽວແລະມີສະຕິໂດຍຕະຫຼອດ. ໃນຂະນະທີ່ການປ້ອງກັນແລະຄວບຄຸມພະຍາດ ເກີດມີການປ່ຽນແປງທີ່ດີເປັນແຕ່ລະໄລຍະ, ຜູ້ນຳສູງສຸດຂອງຈີນໄດ້ກ່າວເນັ້ນວ່າ: ຕ້ອງມີສະຕິ, ຕ້ອງປ້ອງກັນແລະຄວບຄຸມພະຍາດໃຫ້ເດັດຂາດຄືເກົ່າ, ນີ້ໄດ້ສ້າງພື້ນຖານອັນໝັ້ນແກ່ນກວ່າເກົ່າເພື່ອຍາດເອົາໄຊຊະນະໃນທີ່ສຸດ.

ປັດຈຸບັນ, ພະຍາດ COVID-19 ພວມແຜ່ລະບາດໃນຂອບເຂດທົ່ວໂລກ, ຫວ່າງມໍ່ໆມານີ້, ອົງການອະນາໄມໂລກໄດ້ສະແດງຄວາມເປັນຫ່ວງຕໍ່ບາງປະເທດທີ່ບໍ່ໄດ້ເອົາໃຈໃສ່ກ່ຽວກັບການຮັບມືກັບພະຍາດຢ່າງພຽງພໍແລະບໍ່ມີຄວາມກຽມພ້ອມທີ່ພຽງພໍ. ປະຊາຄົມໂລກນັບມື້ນັບຮູ້ດີວ່າ, ການແຜ່ລະບາດຂອງພະຍາດCOVID-19 ຄັ້ງນີ້ ເປັນການທົດສອບອັນໃຫຍ່ຫຼວງຕໍ່ບັນດາປະເທດ ແລະ ກໍເປັນໂອກາດໃຫ້ທົ່ວໂລກສາມາດຊັ່ງຊາຕີລາຄາຢ່າງພາວະວິໄສຕໍ່ຄວາມສາມາດໃນການຮັບມືກັບພະຍາດຂອງປະເທດຕ່າງໆ.
ທ່ານເຕໂດຣສ ອັດຮານົມ ເກເບຣເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວວ່າ: ໃນເວລາຕົນເດີນທາງເຖິງນະຄອນຫຼວງປັກກິ່ງ, ຕົນໄດ້ເຫັນທ່ານປະທານສີຈິ້ນຜິງໄດ້ບັນຊາການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດດ້ວຍຕົນເອງ, ອົງການອະນາໄມໂລກໄດ້ຮຽກຮ້ອງມາໂດຍຕະຫຼອດ ໂດຍໃຫ້ປະເທດຕ່າງໆຈົ່ງມີການນຳພາທີ່ເຂັ້ມແຂງ ແລະ ມີເຈດຕະນາລົມທາງການເມືອງ, ສ່ວນຜູ້ນຳຈີນກໍໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການນຳພາ ແລະ ເຈດຕະນາລົມທາງການເມືອງແບບນີ້.
ການເດີນທາງໄປນະຄອນອູຮັ້ນໃນຄັ້ງນີ້, ທ່ານສີຈິ້ນຜິງໄດ້ອອກຄຳສັ່ງປຸກລະດົມອີກຄັ້ງໜຶ່ງໃນໄລຍະທີ່ສຳຄັນແບບນີ້ ເພື່ອໃຫ້ວຽກງານປ້ອງກັນແລະຄວບຄຸມພະຍາດໄດ້ຮັບຜົນສຳເລັດເປັນກ້າວໆ ເຊິ່ງຈະຊ່ວຍໃຫ້ໂລກໄດ້ເຫັນຄວາມໝັ້ນໃຈ, ຄວາມຕັດສິນໃຈ ແລະ ຄວາມສາມາດຂອງຈີນອີກຄັ້ງໜຶ່ງ, ທັງສະແດງໃຫ້ເຫັນວ່າ: ຈີນພວມຜ່ານພົ້ນວິກິດການຄັ້ງນີ້ ແລະ ພວມມຸ້ງໜ້າໄປສູ່ລະດູບານໃໝ່ທີ່ສວຍງາມ.
Cr: CRI-FM93