ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ 10 ມີນາ 2020 ໄດ້ເກີດອຸບັດຕິເຫດ ລົດກະບະ ເສຍຫຼັກ ຕົກລົງຫ້ວຍ ເຂດການກໍ່ສ້າງຂົວນໍ້າເຄັມ ບ້ານທ່າງ່ອນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ເຄາະດີ ທີ່ຜູ່ຂັບລົດປອດໄພ, ສ່ວນສະພາບລົດເພເສຍຫາຍໜັກ.

ອຸບັດຕິເຫດ ໃນຈຸດນີ້ແມ່ນເກີດຂຶ້ນຫຼາຍຄັ້ງ, ຜ່ານມາກໍ່ມີລົດບັນທຸກຕົກລົງຈຸດດຽວກັນມາແລ້ວ. ທີ່ຮ້າຍແຮງແມ່ນຄືນວັນທີ 8 ມີນາ 2020 ຜ່ານມາ ກໍ່ມີລົດຈັກ ອັດ 3 ຕົກລົງໃນເຂດໃກ້ຄຽງ ເຮັດໃຫ້ມີຜູ່ເສຍຊີວິດ 3 ຄົນ.

ປະຊາຊົນຈິ່ງຮຽກຮ້ອງ ໃຫ້ມີການກວດສອບ ຄວາມປອດໄພ ແລະ ຮັບປະກັນວ່າ ເຂດກໍ່ສ້າງ ມີມາດຕະການ ເຕືອນ ເພື່ອປ້ອງກັນ ບໍ່ໃຫ້ອຸບັດຕິເຫດ ເກີດຂຶ້ນ. ເພາະປະຊາຊົນແຈ້ງໃຫ້ຮູ້ວ່າ ເຂດດັ່ງກ່າວ ແມ່ນມີຄວາມສ່ຽງ, ທາງເວັ້ນແຄບ ແລະ ໃກ້ແຄມຫ້ວຍ ສາມາດເກີດອຸບັດຕິເຫດໄດ້ງ່າຍ, ຍິ່ງເປັນເວລາຕອນຄືນ ແມ່ນມືດ ເຮັດໃຫ້ ທັດສະນະວິໄສ ໃນການເບິ່ງເຫັນ ບໍ່ປອດໄພ.

ລາຍງານໂດຍ: ປະຊາຊົນ

Leave a Reply

Your email address will not be published. Required fields are marked *