ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນຕອນບ່າຍ ວັນທີ່ 9 ມີນາ 2020 ໄດ້ເກີດ ອຸບັດຕິເຫດ ລົດຂົນສົ່ງແຫ່ດິນຊາຍ ຕໍາກັບ ລົດຈີບ ຍີ່ຫໍ້ໂຕໂຢຕາ (ອາດແມ່ນ ປຣາໂດ ຫຼື ແລນຄູດເຊີ) ທີ່ໜ້າ ໂຮງງານຊີມັງ ວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ.

ສະພາບລົດທີ່ເກີດເຫດ

ອຸບັດຕິເຫດເຮັດໃຫ້ ລົດທັງສອງຄັນໄດ້ຮັບຄວາມເປເພເສຍຫາຍໜັກສົມຄວນ, ສ່ວນສາເຫດ ຂອງການເກີດເຫດຄັ້ງນີ້ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການກວດສອບຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ສະພາບລົດທີ່ເກີດເຫດ

ຮຽກຮ້ອງໃຫ້ທຸກຄົນທີ່ໃຊ້ລົດໃຊ້ຖະໜົນ ໃຫ້ລະມັດລະວັງ, ໂດຍສະເພາະເດີນທາງໄປຕາມທາງ 13 ເໜືອ ທີ່ມີການກໍ່ສ້າງຫຼາຍບ່ອນ ບໍ່ວ່າຈະເປັນໂຄງການທາງດ່ວນ, ໂຄງການທາງລົດໄຟ. ທີ່ຈະມີລົດບັນທຸກແລ່ນຫຼາຍ ຈິງມ່ີຄວາມສ່ຽງ ທີ່ອາດກໍ່ໃຫ້ເກີດອຸບັດຕິເຫດ. ດັ່ງນັ້ນ, ຕ້ອງມີສະຕິລະວັງຕົວແທ້ໆ.

ສະພາບລົດທີ່ເກີດເຫດ
ສະພາບລົດທີ່ເກີດເຫດ

ລາຍງານໂດຍ:

Leave a Reply

Your email address will not be published. Required fields are marked *