ໃນວັນທີ 10 ມີນາ 2020 ໄທແອເວ (Thai Airways ) ຊີ້ແຈງກ່ຽວກັບກໍລະນີຂອງຖ້ຽວບິນ TG 575 ຂອງເສັ້ນທາງການບິນວຽງຈັນ – ບາງກອກແລ່ນໄປເກາະກັບເຮືອບິນທີ່ຈອດໄວ້ ບໍລິສັດການບິນໄທຈຳກັດ ມະຫາຊົນແຈ້ງກ່ຽວກັບກໍລະນີການບິນທີ່ TG 575 ໃນການເສັ້ນທາງວຽງຈັນ – ບາງກອກ ໃນວັນທີ 9 ມີນາ 2020 ດັ່ງນີ້ .

ທ່ານ ເຮືອອາກາດເອກປາດຖະໜາ ພັນທະນະສິລິ ອໍານວຍການໃຫ່ຍຝ່າຍມາດຕະຖານຄວາມປອດໄພ, ແລະ ການບິນ, Thai Airways International ໃຫ້ຮູ້ວ່າຖ້ຽວບິນ TG 575 ຈາກວຽງຈັນ – ບາງກອກໃນວັນທີ 9 ມີນາ 2020 ມີ ກຳນົດຈະອອກຈາກສະ ໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນເວລາ 20:30 ໂມງ (ຕາມເວລາທ້ອງຖິ່ນ) ແລະ ຈະມາຮອດສະໜາມບິນສຸວັນນະພູມ ໃນເວລາ 21.35 ໂມງ.

ຂະນະທີ່ນັກບິນພວມຈະ Taxiway ນໍາເຮືອບິນຂຶ້ນບິນນັ້ນ ປາຍປີກໄດ້ຕໍາເອົາສ່ວນຫາງຂອງເຮືອບິນທີ່ຈອດຢູ່, ຝ່າຍບໍລິການພາກພື້ນດິນ ຂອງສະໜາມບິນສາກົນວັດໄຕໄດ້ຊ່ວຍເຫຼືອ ແລະ ນຳເອົາຜູ້ໂດຍສານ ແລະ ລູກເຮືອທັງໝົດໄປໂຮງແຮມທີ່ຈັດຕຽມໄວ້ໃຫ້ ເຊິ່ງເປັນມາດຕະຖານໃນການເບິ່ງແຍງຜູ້ໂດຍສານ ແລະ ທາງບໍລິສັດຈະຈັດແຈງໃຫ້ຜູ້ໂດຍສານກັບຄືນມາກຸງເທບ ມື້ອື່ນ (10 ມີນາ 2020) ບໍລິສັດຈະສືບຕໍ່ສືບສອບສວນຫາສາເຫດໃນຕໍ່ໄປ.

ນອກຈາກນີ້, ຖ້ຽວບິນຈາກ TG 575 ໃນເສັ້ນທາງວຽງຈັນ – ບາງກອກ ແມ່ນດຳເນີນການບິນໂດຍເຮືອບິນ Airbus A330-300 ເຊິ່ງບັນທຸກຜູ້ໂດຍສານ 79 ຄົນ, ນັກບິນແລະພະນັກງານເຮືອ 13 ຄົນ.
ຂໍ້ມູນໂດຍ: ການບິນໄທ ThaiAirway