ຫຼວງພະບາງ: 1625 ຫຼວງພະບາງ ແຈ້ງໃຫ້ຮູ້ວ່າ ໃນວັນທີ່ 09 ມີນາ 2020 ເວລາ 07:21ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດຂັບຂີ່ລົດຈັກເສຍຫລັກລົ້ມເອງຢູ່ເສັ້ນທາງ ບ້ານສະຄິງ ເມືອງ ປາກອູ ແຂວງຫລວງພະບາງ

ເມື່ອຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ ອອກກວດສອບເຫດພົບຄົນເສຍຊີວິດຄາທີ່ 01 ຄົນ ເປັນເພດຊາຍ ຊື່ທ້າວ ປານ ອາຍຸ 38 ປີ ບ້ານຢູ່ປັດຈຸບັນ ບ້ານຜາທຶງ ເມືອງປາກອູ ແຂວງຫລວງພະບາງ

ສະພາບບາດແຜພາຍນອກທີ່ພົບເຫັນເບື້ອງຕົ້ນແມ່ນ: ມີບາດແຜຈີກໃຫຍ່ຢູ່ຫົວເບື້ອງຂວາ, ມີບາດແຜຈີກໃຫຍ່ຢູ່ຫນ້າຜາກ ແລະ ມີີເລືອດໄຫລອອກຫູ.
ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງຈຶ່ງໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງບ້ານຜາທຶງ ເມືອງປາກອູ ແຂວງຫລວງພະບາງ.


ທາງຫນ່ວຍກູ້ຊີບອົງການກາແດງລາວຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນ
ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.
