ລາຍງານຈາກໜ່ວຍກູ້ໄພ 1623 ແລະ ກູ້ໄພ ປະສານໃຈໃຫ້ຮູ້ວ່າ ໃນເວລາປະມານ 21:00 ວັນທີ່ 8/3/2020 ໄດ້ຮັບແຈ້ງຈາກປະຊາຊົນວ່າ ເກີດ ເຫດລົດຈັກຕົກຂົວນໍ້າເຄັມ ເຂດບ້ານທ່າງ່ອນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ


ກູ້ໄພໄດ້ອອກກວດເຫດ ພົບເຫັນລົດຈັກ 1 ຄັນ ຕົກລົງນໍ້າ ແລະ ມີຄົນເສຍຊີວິດ 3 ຄົນ ເປັນເພດຊາຍທັງສາມ. ບໍ່ມີເອກະສານຕິດຕົວ ແລະ ລົດບໍ່ມີປ້າຍທະບຽນ.


ທາງກູ້ໄພຈິ່ງໄດ້ສົມທົບກັບເຈົ້າໜ້າທີ່ ແລະ ເຄື່ອນຍ້າຍສົບຜູ່ເສຍຊີວິດໄປໂຮງໝໍ ແລະ ຈະເຮັດການປະກາດຕາມຫາຍາດຜູ່ເສຍຊີວິດຕໍ່ໄປ.



