ສະຫລອງ ວັນຄ້າຍ ວັນພະບໍ ຣົມຣາດຊະສົມພົບສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມີພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ

ຂປລ. ໃນວັນທີ 5 ທັນວາ 2019, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫລີມສະຫລອງ ວັນຄ້າຍວັນພະບໍຣົມຣາດຊະສົມພົບ ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມີພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດໄທ, ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ໂດຍມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາ ຮອງລັດຖະມົນຕີ, ທູຕານຸທຸດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

Leave a Reply

Your email address will not be published. Required fields are marked *