ພິທີມອບເຄື່ອງຊ່ວຍເຫລືອ (ທີ່ໄດ້ຮັບຈາກການບໍລິຈາກໂດຍບຸກຄົນ ແລະພາກສ່ວນຕ່າງໆ) ແກ່ 31 ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄຟໄຫມ້ທີ່ ບ້ານສົ້ນຂົວ ເມືອງຫົວເມືອງ ແຂວງ ຫົວພັນ ໃນວັນທີ 22/10/2019 ຜ່ານມາ
.
ທີມງານໄດ້ມອບ;
(1) ເງິນສົດຈຳນວນ 4.610.000ກີບ (ໄດ້ຈາກການບໍລິຈາກຫລາຍພາກສ່ວນເຊັ່ນ ພ/ງທະນາຄານໂລກ ແລະ ບຸກຄົນທົ່ວໄປ)
(2) ເສື້ອກັນຫນາວໄຫມ່ 100 ໂຕ ມູນຄ່າ 15 ລ້ານກີບ(ບໍລິຈາກໂດຍ ທ່ານຈັນໄຊ ລັດຕະນະວົງ ເຈົ້າຂອງໂຮງງານເຟີນີເຈີ ໄລຈັນເຊີນ ທີ່ ບ້ານ ຫ້ວຍຫົງ ມ. ຈັນທະບູລີ ນະຄອນຫລວງວຽງຈັນ),
(3) ຜ້າຫົ່ມໄຫມ່ 131ຜືນ ມູນຄ່າ 4.323.000 (ບໍລິຈາກໂດຍຮ້ານຄຳ, ຮ້ານຄ້າ ຫລາຍໆຮ້ານ ແລະສ່ວນບຸກຄົນ ທີແຂວງບໍ່ແກ້ວ ແລະ ທີມງານຕີດອກປີກໄກ່ ເດີ່ນສະກາຍໄລ້ ນະຄອນຫລວງ) ແລະ
(4) ເຄື່ອງນຸ່ງຫົ່ມນຳໃຊ້ແລ້ວຈຳນວນຫລາຍ.
ການບໍລິຈາກເທື່ອນີ້ແມ່ນ ມີມູນຄ່າຫລາຍກວ່າ 25 ລ້ານກີບ. ຂໍອານຸໂມ ນຳການບໍລິຈາກ ແລະ ຂໍຂອບໃຈນຳບັນດາທ່ານທີ່ມີສ່ວນຮ່ວມ ແລະປະກອບສ່ວນໃນກິດຈະກຳຄັ້ງນີ້ ຂໍໃຫ້ທ່ານຢູ່ເຢັນເປັນສຸກ ປາດສະຈາກໂລກໄພໄຂ້ເຈັບ ແລະອັກຄີໄພທັງຫລາຍທັງປວງ
ທີມາ: ອ້າຍຈັນສົມ
.
.