ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 14 ພະຈິກ 2019 ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໃນກອງປະຊຸມ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບມາດຕະການແກ້ໄຂໜີ້ຕ້ອງຮັບຂອງຂະແໜງສ່ວຍສາອາກອນ ຈຳນວນ 1.304,81 ຕື້ກີບ ໃນນັ້ນ ໜີ້ຂື້ນກັບຂັ້ນສູນກາງຄຸ້ມຄອງຈຳນວນ 623,83 ຕື້ກີບ ແລະ ທ້ອງຖິ່ນ 680,98 ຕື້ກີບ.
ສຳລັບໜີ້ຢູ່ໃນຄວາມຮັບຜິດຊອບຂອງສູນກາງຈຳນວນ 623,83 ຕື້ກີບ ໜີ້ຕ້ອງຮັບທີ່ຕິດພັນກັບລາຍຮັບວິຊາການຂອງ 5 ກະຊວງ ຈຳນວນ 361,45 ຕື້ກີບ ໃນນັ້ນ: ມີຍອດຍົກມາ ຈຳນວນ 238,7 ຕື້ກີບ ການແກ້ໄຂໃນປີ 2019 ກະຊວງການເງິນໄດ້ອອກຄຳແນະນຳກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ສະບັບເລກທີ 0016/ກງ ລົງວັນທີ 03 ມັງກອນ 2019 ແລະ ລົງກວດກາການຈັດເກັບ-ມອບລາຍຮັບວິຊາການຂອງບັນດາຫົວໜ່ວຍງົບປະມານດ້ວຍການອະນຸມັດລາຍຈ່າຍເປັນຖ້ຽວໂດຍອີງຕາມຈຳນວນລາຍຮັບ ທີ່ມອບເຂົ້າງົບປະມານ ( ກົນໄກປະຕິບັດຄືກັບ ລາຍຈ່າຍ ງົບປະມານປົກກະຕິ).
ສ່ວນໜີ້ຕ້ອງຮັບທີ່ຕິດພັນກັບຫົວໜ່ວຍທຸລະກິດ ຈຳນວນ 262,34 ຕື້ກີບ ໃນນັ້ນ ມີໜີ້ຕ້ອງຮັບຈາກຫົວໜ່ວຍທຸລະກິດທີ່ຕິດພັນໂຄງການລົງທຶນຂອງລັດ ໄດ້ເຊີນບັນດາຫົວໜ່ວຍທຸລະກິດ ມາປະຊຸມປຶກສາຫາລື ແລະ ສົມທຽບຕົວເລກໜີ້ຄ້າງມອບດັ່ງກ່າວ ກວດກາ ແຜນລາຍຈ່າຍບ້ວງລົງທຶນຂອງລັດມີໃນແຜນການປະຈຳປີທີ່ສະພາຮັບຮອງ ເພື່ອປົດໜີ້ດັ່ງກ່າວ ແຕ່ຜ່ານມາການຈັດຕັ້ງປະຕິບັດພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າ ບັນດາຫົວໜ່ວຍທຸລະກິດບໍ່ມີຄວາມຈິງໃຈໃນການແຈ້ງມອບພັນທະຕາມລະບຽບກົດໝາຍ ວິທີແກ້ໄຂ: ຈະສືບຕໍ່ປະສານສົມທົບກັບກະຊວງແຜນການ ແລະ ການລົງທຶນ ກະຊວງໂຍທາທິການ ກວດກາຄືນແຜນການລາຍຈ່າຍປະຈຳປີ 2020 ທີ່ຜ່ານການຮັບຮອງຈາກສະພາແຫ່ງຊາດ ຂອງບັນດາຫົວໜ່ວຍທຸລະກິດທີ່ມີໜີ້ຄ້າງມອບໃນຜ່ານມາ ໂດຍການຕັດເອົາເງິນຈາກບ້ວງໂຄງການລົງທຶນຂອງລັດ ທີ່ລັດຖະບານຊຳລະຢູ່ຄັງເງິນແຫ່ງຊາດໃນການຈົດລາຍຮັບ ແລະ ລາຍຈ່າຍໄປພ້ອມໆກັນ.
ໜີ້ຕ້ອງຮັບຄ້າງມອບຂອງບັນດາຫົວໜ່ວຍທຸລະກິດທີ່ບໍ່ຕິດພັນກັບງົບປະມານ: ການແກ້ໄຂ ຜ່ານມາໄດ້ເຊີນບັນດາບໍລິສັດມາປຶກສາຫາລືຄວາມອາດສາມາດ ໃນການຊຳລະໜີ້ຄ້າງມອບ ຈຳນວນໜຶ່ງກໍໄດ້ຊຳລະແລ້ວ ແຕ່ຍັງບໍ່ທັນໄດ້ປົດບັນດາໜີ້ດັ່ງກ່າວ ບາງຫົວໜ່ວຍກໍສະເໜີ ແບ່ງຈ່າຍ ອອກໃບເລັ່ງທວງ ພ້ອມທັງປະຕິບັດມາດຕະການປັບໃໝຕາມຂັ້ນຕອນຂອງກົດໝາຍຄື: ບາງບໍລິສັດ ກໍໄດ້ເລັ່ງທວງ 3 ຄັ້ງ ບາງບໍລິສັດ 2 ຄັ້ງ ແລະ ແຈ້ງໂຈະກິດຈະການຊົ່ວຄາວ ຈຳນວນ 1 ບໍລິສັດ ໂດຍໄດ້ເນັ້ນວິທີແກ້ໄຂຄື: ພາຍຫຼັງອອກໃບເລັ່ງທວງ 3 ຄັ້ງແລ້ວ ຈະສະ ເໜີກະຊວງອຸດສາຫະກຳການຄ້າ ເພື່ອແຈ້ງໂຈະການດຳເນີນທຸລະກິດຊົ່ວຄາວ ແລະ ອີກຈຳນວນ 1 ບໍລິສັດ ທີ່ໄດ້ແຈ້ງໂຈະຊົ່ວຄາວແລ້ວ ຈະໄດ້ສະເໜີດຳເນີນຕາມຂະບວນການຍຸຕິທຳ.
ສຳລັບໜີ້ຕ້ອງຮັບທ້ອງຖິ່ນທີ່ຕິດພັນກັບລາຍຮັບວິຊາການ ຈຳນວນ 680,98 ຕື້ກີບ ໃນນັ້ນ: ຍອດຍົກມາ ທ້າຍປີ 2017 ຈຳນວນ 583,15 ຕື້ກີບ ເກີດຂຶ້ນໃນ ປີ 2018 ຈຳນວນ 97,83 ຕື້ກີບ ດັ່ງນີ້: ໜີ້ຕ້ອງຮັບຈາກໂຄງການລົງທຶນຂອງລັດ ຈຳນວນ 33,04 ຕື້ກີບ ຈຳນວນໜຶ່ງ ກໍໄດ້ຊຳລະແລ້ວ ແຕ່ຍັງບໍ່ທັນໄດ້ຖືກປົດອອກຈາກບັນຊີຕິດຕາມໜີ້ຕ້ອງຮັບ ແລະ ຈຳນວນໜຶ່ງລັດຖະບານທ້ອງຖິ່ນ ບໍ່ມີແຜນການລາຍຈ່າຍປະຈຳປີ ເພື່ອຊຳລະໃຫ້ຫົວໜ່ວຍທຸລະກິດ ຈຶ່ງບໍ່ສາມາດມອບພັນທະອາກອນໄດ້ ການຕິດຕາມຂອງສູນກາງພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າ ທ້ອງຖິ່ນບໍ່ໄດ້ສັງລວມຂໍ້ມູນຜົນຂອງການກວດສອບ ລາຍງານໃຫ້ສູນກາງຮັບຊາບ
ສະນັ້ນ ວາງວິທີແກ້ໄຂໃນທ້າຍປີ 2019 ກະຊວງການເງິນ ໄດ້ອອກແຈ້ງຕົວເລກໜີ້ຄ້າງມອບ ຕາມຜົນການກວດສອບ ປີ 2018 ໃຫ້ສ່ວຍສາອາກອນ ປະຈຳແຂວງ ນະຄອນຫຼວງ ສັງລວມລາຍງານ ຜົນການແກ້ໄຂໃຫ້ກະຊວງເປັນ ແຕ່ລະເດືອນ ແລະ ໜີ້ຕ້ອງຮັບຈາກການກວດກາໄລ່ລຽງ ຂອງຂະແໜງສ່ວຍສາອາກອນ ຈາກໜ່ວຍງານຕ່າງໆ ຈຳນວນ 647,94 ຕື້ກີບ ການແກ້ໄຂ: ໄດ້ເຊີນ ບັນດາຫົວໜ່ວຍທຸລະກິດມາປຶກສາ ຈຳນວນໜຶ່ງກໍໄດ້ຊຳລະແລ້ວ ແຕ່ຍັງບໍ່ທັນປົດຈາກ ບັນຊີ ຕິດຕາມໜີ້ຕ້ອງຮັບ ແລະ ຈຳນວນໜຶ່ງກໍໄດ້ເລັ່ງທວງ ພ້ອມປະຕິບັດຕາມມາດຕະການປັບໃໝ ຕາມຂັ້ນຕອນຂອງລະບຽບກົດໝາຍ