1623: ວັນທີ 15/11/2019 ເວລາ 01:10ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດພວງຕໍາກັບລົດເກັງ, ຈຸດເກີດເຫດແມ່ນ 4 ແຍກບ້ານນາຄວາຍ

ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ບາດເຈັບຈຳນວນ 1 ຄົນ, ເພດຍີງ, ອາຍຸ 37 ປີ, ບ. ໂພນສະອາດ ມ. ໄຊເສດຖາ ນະຄອນຫຼວງວຽງຈັນ, ອາການເບື້ອງຕົ້ນແມ່ນມີບາດເປີດໃຫຍ່ຢູ່ຫົວແລະມີບາດແຜຕາມແຂນທັ້ງສອງເບື້ອງ

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ບາດເຈັບ ແລະ ນຳສົ່ງໄປທີ່ໂຮງໝໍ ມິດຕະພາບ (150ຕຽງ).

ສ່ວນການສືບສວນຫາສາເຫດ, ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນໄປຕາມຂັ້ນຕອນຂອງກົດໝາຍ.

______________________________
ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ

Leave a Reply

Your email address will not be published. Required fields are marked *