1623: ວັນທີ 13/11/2019 ເວລາ 14:00 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດ6ລໍ້ຕໍາກັບລົດຂົນຂີ້ເຫຍື້ອ, ຈຸດເກີດເຫດແມ່ນເສັ້ນທາງ 450ປີ.

ໜ່ວຍກູ້ໄພ 1623 ອອກກວດສອບໄດ້ພົບຜູ້ບາດເຈັບຈຳນວນ 1ຄົນ ຕິດພາຍໃນລົດ, ເພດຊາຍ, ອາຍຸ 30ປີ, ບ. ສະຫວ່າງ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ, ອາການເບື້ອງຕົ້ນແມ່ນມີສະຕິດີ ແລະ ເຈັບຂາທັງສອງເບື້ອງ.

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ທີມຕັດງັດຈຶ່ງໄດ້ຊ່ວຍຜູ້ບາດເຈັບອອກຈາກໂຕລົດ, ປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ບາດເຈັບ ແລະ ນຳສົ່ງໄປທີ່ໂຮງໝໍ ມິດຕະພາບ (150ຕຽງ).

ຈຸດດົງໂດກ
_____
ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ

.

.

.

Leave a Reply

Your email address will not be published. Required fields are marked *