ທ່ານ ຊີວອນ ຈອຍ ນັກຮ້ອງຈາກວົງຊຸບເປີຈູເນັຍຂອງສ.ເກົາຫລີ ໄດ້ຮັບການແຕ່ງຕັ້ງເປັນທູດສັນທະວະໄມຕີຄົນໃໝ່ປະຈຳພາກພື້ນອາຊີຕາເວັນອອກ ແລະປາຊີຟິກຂອງອົງການກອງທືນເພື່ອເດັກແຫ່ງສະຫະປະຊາຊາດ ຫລືອຸຍນິເຊັບໃນງານສະເຫລີມສະຫລອງວັນຄົບຮອບ 30 ປີຂອງສົນທິສັນຍາວ່າດ້ວຍສິດທິເດັກ ໃນຕອນບ່າຍວັນທີ 11 ພະຈິກ 2019,
ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍຫລັງທ່ານ ຊີວອນ ຈອຍ ໄດ້ເອົາໃຈໃສ່ບັນຫາກ່ຽວກັບສິດທິເດັກ ໂດຍຜ່ານບົດບາດເປັນຜູ້ຕາງໜ້າພິເສດສຳລັບອົງການອຸຍນິເຊັບໃນ ສ.ເກົາຫລີ ແລະໄດ້ເດີນທາງໄປທົ່ວພາກພື້ນ ພ້ອມທັງໃຫ້ການສະໜັບສະໜູນໂຄງການໃຊ້ຄວາມຮຸນແຮງ ເພື່ອສ້າງຄວາມຮັບຮູ້ໃຫ້ໄວໝຸ່ມກ່ຽວກັບຜົນຮ້າຍຂອງການໃຊ້ຄວາມຮຸນແຮງໃນສັງຄົມ.
ທ່ານ ນາງ ກາຣິນ ຣຸນຊັອບ, ຜູ້ອຳນວຍການໃຫ່ຍອົງການອຸຍນິເຊັບປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ມີຄຳເຫັນວ່າ: ທູດສັນທະວະໄມຕີຄົນໃໝ່ມີຄວາມມຸ້ງໝັ້ນອັນແຮງກ້າຕໍ່ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງ, ການກົດຂີ່ ແລະການເອົາປຽບ ຊື່ງເຫັນວ່າທ່ານ ຊີວອນ ຈອຍ ເປັນຕົວແທນທີ່ເໝາະສົມທີ່ສຸດໃນການໂຄສະນາບັນຫາທີ່ສົ່ງຜົນກະທົບຕໍ່ເດັກນ້ອຍໃນພາກພື້ນນີ້, ຄວາມໝາຍໝັ້ນຂອງລາວຕໍ່ເດັກ ແລະຊື່ສຽງຂອງລາວຈະຊ່ວຍໃຫ້ອົງການອຸຍນິເຊັບຈະສົ່ງພະລັງອັນຍີ່ງໃຫ່ຍເຖິງຫົວໃຈ ແລະຄວາມຄິດຂອງຄົນທົ່ວໂລກ.
ການຮັບໜ້າທີ່ທູດສັນທະວະໄມຕີຄົນໃໝ່ປະຈຳພາກພື້ນອາຊີຕາເວັນອອກ ແລະປາຊີຟິກຂອງອົງ ການກອງທືນເພື່ອເດັກແຫ່ງສະຫະປະຊາຊາດຢູ່ລາວໃນຄັ້ງນີ້ ທ່ານ ຊີວອນ ຈອຍ ຈະໄດ້ເຂົ້າຮ່ວມສົນທະນາປຶກສາຫາລືກັບຄະນະໄວໜຸ່ມກ່ຽວກັບຄວາມກ້າວໜ້າຂອງວຽກງານສິດທິເດັກ ໂດຍຍົກໃຫ້ເຫັນເຖິງຄວາມສຳຄັນຂອງການລົງທືນຢ່າງຕໍ່ເນື່ອງ ເພື່ອເປີດໂອກາດໃຫ້ເດັກໄດ້ຮັບການພັດທະນາ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ພ້ອມນີ້ທ່ານ ຊີວອນ ຍັງຈະເຄື່ອນໄຫວຢ້ຽມຢາມໂຮງຮຽນ ແລະນັກຈັດລາຍການວິທະຍຸໄວໝຸ່ມຕື່ມອີກ.
ໂດຍ: ຈັນທະສອນ ສີຫານາດ