ໃນວັນທີ 6 ພະຈິກ ນີ້, ຢູ່ກອງພົນທີ 5 ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານປະ ຈຳປີ2018 ແລະ ຮັບຮອງກົມ ກອງ 3 ປອດ ປະຈຳປີ 2019 ຂຶ້ນໂດຍການເຂົ້າຮ່ວມຂອງສະ ຫາຍ ພັນເອກ ບຸນທັນ ມາບຸດ ສະດີ ເລຂາຄະນະພັກ, ຫົວໜ້າ ການເມືອງກອງພົນທີ 5 ມີສະ ຫາຍ ພັນເອກ ວັນທອງ ບຸດຕະ ວົງ ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງພົນທີ 5 ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ ຈາກອົງການ, ກົມກອງຮາກ ຖານພັກ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນໂທ ໜອນຄຳ ພີມມະສອນ ຫົວໜ້າ ພະແນກຈັດຕັ້ງພັກກອງພົນທີ 5 ໄດ້ຜ່ານບົດສະຫຼຸບການກໍ່ ສ້າງກອງແຂງ-ໜ່ວຍພັກຮູ້ນຳ ພາຮອບດ້ານປະຈຳປີ 2018 ແລະ ຜ່ານທິດທາງແຜນການໃນປີ 2019 ເຊິ່ງໄດ້ຍົກໃຫ້ເຫັນຜົນ ງານທີ່ຍາດມາໄດ້ ໃນໄລຍະຜ່ານ ມາຄະນະພັກ-ຄະນະບັນຊາ, ໄດ້ ເອົາໃຈໃສ່ຊີ້ນຳໆພາຢ່າງໃກ້ຊິດ ຕິດແທດໃນການສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກ ງານສາມາຊິກພັກ-ນັກຮົບໄດ້ຮັບ ຮູ້ເຊື່ອມຊຶມຕໍ່ແນວທາງແຜນນະ ໂຍບາຍຂອງພັກກົດໜາຍຂອງ ລັດ ຂໍ້ກຳນົດກົດລະບຽບຂອງ ກອງທັບ ມີຄວາມອຸ່ນອຽນທຸ່ນ ທ່ຽງເຊື່ອໜັ້ນຕໍ່ການນຳພາຂອງ ພັກ, ມີສະຕິຕໍ່ການຈັດຕັ້ງ, ຊີ້ນຳ ປັບປຸງພັກຕາມທິດນຳວ່າດ້ວຍ ການກໍ່ສ້າງກອງແຂງ-ໜ່ວຍພັກ ຮູ້ນຳພາຮອບດ້ານບົນພື້ນຖານ ຕາມ 5 ຫຼັກການ 3 ທິດນຳຂອງ ພັກ ນຳມາຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຕົວຈິງ ຂອງກົມກອງຕິດພັນກັບການປະ ຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງ ອອກ ເພື່ອເຮັດໃຫ້ຂອບເຂດກົມ
ກອງຮັບຜິດຊອບມີຄວາມສະ ຫງົບປອດໄພ, ມີສະຖຽນນະພາບ ດີ, ສັງຄົມມີຄວາມສີວິໄລ, ພະນັກ ງານສະມາຊິກພັກມີສະຕິຕື່ນຕົວ ສູງປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດກໍຄື: ສ້າງ ໃຫ້ກົມກອງກາຍເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກາຍເປັນກອງທັບທີ່ແບບ ແຜນທັນສະໄໜ ໃນນີ້ກະຊວງ ປ້ອງກັນປະເທດ ໄດ້ຮັບຮອງເອົາ ບັນດາກົມກອງ-ໜ່ວຍພັກທີ່ຂຶ້ນ ກັບຄະນະພັກກອງພົນເປັນກອງ ແຂງ-ໜ່ວຍພັກຮູ້ນຳພາຮອບ ດ້ານຈຳນວນ 83 ກົມກອງ- ໜ່ວຍພັກ, ກົມໃຫຍ່ການເມືອງ ກອງທັບມອບໃບຍ້ອງຍໍໃຫ້ກົມ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອບດ້ານຈຳນວນ 11 ກົມກອງ , ກະຊວງປ້ອງກັນ ປະເທດມອບໃບຍ້ອງຍໍໃຫ້ກົມ ກອງຈຳນວນ 28 ກົມກອງ, ຄະ ນະພັກກະຊວງປ້ອງກັນທະເທດ ມອບທຸງໄຊໃຫ້ບັນດາກົມກອງທີ່ ມີຜົນງານຮັກສາມູນເຊື້ອກອງ ຮາກຖານເຂັ້ມແຂງ-ໜ່ວຍພັກ ຮູ້ນຳພາຮອບດ້ານ 5 ສະໄໜຕິດ ຕໍ່ກັນຈຳນວນ 6 ກົມກອງ-ໜ່ວຍ ພັກ ແລະ ມອບທຸງໄຊໃຫ້ກົມກອງ ທີ່ຮັກສາມູນເຊື້ອກົມກອງຮາກ ຖານເຂັ້ມແຂງໜ່ວຍພັກຮູ້ນຳພາ ຮອບດ້ານ 10 ສະໄໜຊ້ອນມີ 1 ກົມກອງ.
ກອງປະຊຸມຍັງໄດ້ສະຫຼຸບວຽກ ງານການສ້າງກອງ 3 ປອດ ຄື: ປອດໃສ ປອດໄພ ປອດຄະດີ ປະຈຳປີ 2019 ໃນນີ້ໄດ້ສ້າງ ກອງ 3 ປອດປະເພດໜຶ່ງ 5 ປີຕໍ່ ເນື່ອງແຕ່ປີ 2010-2015 ບັນ ລຸ 85% ມີຈຳນວນ 14 ຫົວໜ່ວຍ ກົມກອງໄດ້ຮັບໃບຢັ້ງຢືນຈາກກະ ຊວງປ້ອງກັນປະເທດເປັນກົມ ກອງ 3 ປອດ ປະຈຳປີ2019 ບັນ ລຸ 90% ເຊິ່ງລວມມີ 45 ກົມກອງ 58 ຫົວໜ່ວຍ