1628: ວັນທີ 11/11/2019 ເວລາ 06:28 ນາທີ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 0711625 ວ່າ: ມີຄົນເສຍຊີວິດຢູ່ເຮືອນພັກແຫ່ງຫນື່ງຢູ່ທີ່ບ້ານນາຫລວງ ເມືອງຫລວງພະບາງ ເມື່ອຫນ່ວຍກູ້ຊີບອົງການກາແດງໄດ້ອອກກວດສອບພົບຄົນເສຍຊີວິດເປັນເພດຍິງ 1 ຄົນ, ສ່ວນສາເຫດຂອງການເສຍຊີວິດແມ່ນຢູ່ໃນຂະບວນການສືບສວນຂອງເຈົ້າຫນ້າທີ່ຕຳຫລວດ.


ດັ່ງນັ້ນໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນ

ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນໂທ:
071 1625 ຫຼື 030 9211625
ບໍລິການຟຣີຕະຫຼອດ 24 ຊົ່ວໂມງ

Leave a Reply

Your email address will not be published. Required fields are marked *