ວັນທີ 11 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດ #ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ປະທານກຳມະທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ກາຣິນ ຮຸນຊອບ ຜູ້ຕາງໜ້າອົງການຢູນີເຊບປະຈຳພາກພື້ນອາຊີ ແລະ ປາຊີຟິກ ພ້ອມດ້ວຍເອກອັກຄະລັດຖະທູດຜູ້ຕາງໜ້າອົງການຈັດຕັ້ງສາກົນ ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງລຸນ ສີສຸລິດ ກ່າວວ່າ 30 ປີກ່ອນໜ້ານີ້ ອົງການສະຫະປະຊາຊາດໄດ້ຮັບຮອງເອົາ ສົນທິສັນຍາວ່າດ້ວຍສິດທິເດັກ ນັບແຕ່ນັ້ນມາສົນທິສັນຍາດັ່ງກ່າວໄດ້ກາຍເປັນສົນທິສັນຍາສິດທິມະນຸດທີ່ມີຈໍານວນປະເທດສະມາຊິກເປັນພາຄີຫຼາຍທີີ່ສຸດໃນປະຫວັດສາດມີ 196 ປະເທດ ສົນທິສັນຍາດັ່ງກ່າວ ໄດ້ປະກອບສ່ວນວາງຮາກຖານ ແລະ ກໍານົດມາດຕະຖານດ້ານການສຶກສາ ສຸຂະພາບ ແລະ ການບໍລິການສັງຄົມ ພ້ອມທັງໃຫ້ສິດແກ່ເດັກໃນການສະເໜີຄໍາຄິດເຫັນຕໍ່ນະໂຍບາຍ ແລະ ນິຕິກໍາທີ່ມີຜົນກະທົບຕໍ່ໜ້າ ສປປ ລາວ ກໍ່ຄືປະເທດຕ່າງໆໃນທົ່ວໂລກ ເຊິ່ງຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ການເບິ່ງແຍງດູແລ ແລະ ພັດທະນາເດັກ
ກ່ອນການເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິເດັກ ລາວກໍ່ມີຫຼາຍການຈັດຕັ້ງທີ່ເຮັດໜ້າທີ່ປົກປ້ອງສິດ ແລະ ພັດທະນາເດັກ ການຈັດຕັ້ງທີ່ເປັນແກນກາງໃນວຽກງານດັ່ງກ່າວ ລວມເຖິງການຈັດຕັ້ງຂອງຄະນະຊາວໜຸ່ມ ສະຫະພັນແມ່ຍິງ ສະຖາບັນການສຶກສາສາມັນ ການຈັດຕັ້ງທາງສາດສະໜາ (ວັດ) ສະຖາບັນຄອບຄົວທີ່ມີເຄືອຂ່າຍຢັ່ງຢາຍຢູ່ທົ່ວປະເທດ ທັງສູນກາງ ແລະ ທ້ອງຖິ່ນ ພາຍຫຼັງທີ່ລາວໄດ້ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ ແລະ ມີຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ ແລະ ເດັກ ວຽກງານສິດທິເດັກຍິ່ງໄດ້ຮັບການຍົກມາດຕະຖານ ແລະ ຄຸນນະພາບສູງຂຶ້ນຕື່ມ.
ຕະຫຼອດໄລຍະ 28 ປີ ທີ່ ສປປ ລາວເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິເດັກ ພວກເຮົາມີຄວາມພາກພູມໃຈທີ່ສາມາດຍາດໄດ້ຜົນສຳເລັດໃນການປົກປ້ອງ ແລະ ພັດທະນາເດັກນ້ອຍລາວບັນດາເຜົ່າເປັນກ້າວໆມາ ໃນນີ້ວຽກງານທີ່ເຮັດໄດ້ດີລວມເຖິງການປົກປ້ອງສິດທິເດັກ ການສະກັດກັ້ນ ແລະ ປາບປາມການຄ້າຂາຍເດັກ ແລະ ຄ້າປະເວນີເດັກ ການກວດກາ ແລະ ປາບປາມການແຜ່ສື່ລາມົກອານາຈານ ກ່ຽວກັບເດັກ ການປ້ອງກັນ ຕ້ານ ແລະ ແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ເດັກ ການສົ່ງເສີມ ສິດ ແລະ ຜົນປະໂຫຍດຂອງເດັກ ການລຶບລ້າງທຸກຮູບແບບຂອງການຈໍາແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ວຽກງານອື່ນໆ ທີ່ຕິດພັນກັບການປະຕິບັດພັນທະ ແລະ ສົນທິສັນຍາສາກົນກ່ຽວກັບເດັກ.
ລາວມີຜົນສໍາເລັດຫຼາຍດ້ານໃນວຽກງານປົກປ້ອງສິດ ແລະ ພັດທະນາເດັກກໍ່ຕາມແຕ່ກໍ່ຍັງມີຫຼາຍບັນຫາທີ່ພົວພັນກັບສິດທິເດັກທີ່ຈະຕ້ອງສືບຕໍ່ປັບປຸງ ແລະ ແກ້ໄຂ ພ້ອມດຽວກັນນີ້ຍັງມີບັນຫາຄົງຄ້າງ ກ່ຽວກັບຄວາມທຸກຍາກຂາດເຂີນ ແລະ ຂາດໂພຊະນາການຂອງເດັກ ພາວະເດັກຂາດສານອາຫານ ອັດຕາການເຂົ້າຮຽນໃນພາກການສຶກສາກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ ຕໍ່າກ່ວາຄາດໝາຍ ການນໍາໃຊ້ສື່່ສັງຄົມອອນລາຍ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີດີຈີຕອນທີ່ບໍ່ເປັນປະໂຫຍດ ຫຼື ໃນທາງທີ່ເສຍຫາຍຂອງເດັກ ການເຄື່ອນໄຫວທີ່ພົວພັນກັບຢາເສບຕິດ ແລະ ບັນຫາອື່ນໆ ພ້ອມນີ້ຍັງມີສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້ກຽມຮັບມື ແລະ ວິທີແກ້ໄຂເປັນຕົ້ນແມ່ນ ບັນຫາງົບປະມານ ເພື່ອລົງທຶນເຂົ້າໃນວຽກງານປົກປ້ອງ ແລະ ພັດທະນາເດັກ ບໍ່ພຽງພໍ ຄວາມຊິ້ນເຄີຍ ແລະ ຄວາມເຊື່ອແບບຄອງເດີມ ທີ່ຫຼ້າຫຼັງຂອງປະຊາຊົນໃນເຂດຊົນນະບົດ ຫ່າງໄກສອກຫຼີກຈຳນວນໜຶ່ງຍັງປ່ຽນແປງໄດ້ຊ້າ ແລະ ຈະນໍາເອົາທັງກາລະໂອກາດ ແລະ ສິ່ງທ້າທາຍໃໝ່ ເຂົ້າມາໃນຊີວິດສັງຄົມໃນປະຈຸບັນ ແລະ ອານະຄົດ ຈະເພີ່ມຄວາມສະຫຼັບບຊັບຊ້ອນ ໃຫ້ແກ່ບັນຫາຕ່າງໆລວມທັງບັນຫາທີ່ພົວພັນກັບສິດທິເດັກ ເຊິ່ງລ້ວນແລ້ວແຕ່ຮຽກຮ້ອງໃຫ້ພວກເຮົາໂດຍສະເພາະການຈັດຕັ້ງ ແລະ ພະນັກງານທີ່ຮັບຜິດຊອບວຽກສິດທິເດັກ ຕ້ອງພັດທະນາຕົນເອງຢ່າງທັນການ ແລະ ບໍ່ຢຸດຢັ້ງ ເພື່ອຍົກສູງຄວາມສາມາດໃນການຄົ້ນຄວ້າ ວິເຄາະວິໄຈ ມີວິໄສທັດທີ່ຖືກຕ້ອງກຳນົດທິດທາງທີ່ຊັດເຈນ ແລະ ວາງແຜນແທດກັບຕົວຈິງຈິ່ງຈະຮັບປະກັນໃຫ້ແກ່ການປະຕິບັດວຽກງານສິດທິເດັກໃຫ້ມີປະສິດທິພາບ ແລະ ປະສິດທິຜົນໄດ້ໃນອານະຄົດ.
ກອງປະຊຸມຄັ້ງນີ້ມີການທົບທວນ ລາຍງານ ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບວຽກງານສິດທິເດັກ ການສະເໜີກ່ຽວກັບວິໄສທັດສິ່ງທ້າທາຍ ແລະ ທິດທາງແກ້ໄຂບັນຫາສິດທິເດັກ ບັນຫາສຳຄັນອື່ນໆ ພ້ອມກັນນັ້ນກໍ່ໄດ້ປະກອບຄໍາເຫັນ ແລະ ຮັບຮອງເອົາຄວາມໝາຍໝັ້ນຂອງ ສປປລາວ ຕໍ່ວຽກສິດທິເດັກ ແລະ ມີການເຊັນແຜ່ນປ້າຍຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ວຽງານສິດທິເດັກ ຜົນສຳເລັດດັ່ງກ່າວເກີດຂຶ້ນໄດ້ກໍ່ຍ້ອນຄວາມເອົາໃຈໃສ່ຂອງລັດຖະບານ ແລະ ການຈັດຕັ້ງທາງສັງຄົມທຸກພາກສ່ວນ ຍ້ອນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງອົງການສະຫະປະຊາຊາດ ບັນດາອົງການຈັດຕັ້ງ-ເພື່ອນມິດສາກົນ ບັນດາຄູ່ຮ່ວມພັດທະນາ ແລະ ບັນດາອົງການຈັດຕັ້ງບໍ່ສັງກັດລັດຖະບານ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນ ພົນລະເມືອງລາວທຸກເຜົ່າຊົນ ໃນທົ່ວສັງຄົມ.
CR: Media Laos