1623: ວັນທີ 10/11/2019 ເວລາ 17:30 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດຈັກຕຳທ້າຍລົດສິບລໍ້, ຈຸດເກີດເຫດແມ່ນໜ້າຮ້ານປີ້ງແບ້ໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ເສຍຊີວິດຈຳນວນ 1ຄົນ, ເພດຊາຍ ອາຍຸ 47ປີ ບ້ານນາ ເມືອງແອດ ແຂວງຫົວພັນ. ສາເຫດການເສຍຊີວິດແມ່ນຄໍຫັກ ແລະ ມີບາດເປີດໃຫຍ່ບໍລິເວນໃບໜ້າ
ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ບາດເຈັບ ແລະ ທຳການເຊີດຊູຫົວໃຈ CPR, ແຕ່ບໍ່ສາມາດກູ້ຊີວິດຂອງຜູ້ກ່ຽວໄດ້.
ທາງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຂໍສະແດງຄວາມເສຍໃຈນຳພີ່ນ້ອງຜູ້ເສຍຊີວິດ ແລະ ເຫດການໃນຄັ້ງນີ້.
ຈຸດດົງໂດກ
_______
ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ