ໃນວັນທີ 6 ຕຸລາ 2019 ຜ່ານມານີ້ ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງວຽງຈັນ ໄດ້ສະຫຼຸບຜົນງານການເຄືອນໄຫວວຽກງານປະຈໍາໄຕມາດ ໂດຍການເປັນປະທານຂອງສະຫາຍ ພັທ ຈັນທະນົງສັກ ສີສົມພອນ ເລຂາໜ່ວຍພັກຄ້າຍຄຸມຂັງ-ດັດສ້າງເປັນກຽດເຂົ້າຮ່ວມໃນພິທີມີສະຫາຍ ພັທ ຈະເລີນ ເລີດມຸງຄຸນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີບັນດາສະຫາຍໜ່ວຍໜ່ວຍພັກ, ຈຸພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະສຳຮອງ ພາຍໃນໜ່ວຍເຂົ້າຮ່ວມ.
ສະຫາຍ ພັທ ຈັນທະນົງສັກ ສີສົມພອນ ເລຂາໜ່ວຍພັກຄ້າຍຄຸມຂັງ-ດັດສ້າງ ຂື້ນຜ່ານບົດສະຫຼຸບການເຄືອນໄຫວຊີ້ນໍາ-ບັນຊາ ໄລຍະ 3 ເດືອນທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ໜ່ວຍພັກຍາດມາໄດ້ເຊັ່ນ: ຄະນະໜ່ວຍພັກພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ -ສະມາຊິກພັກ ຢ່າງເປັນປົກກະຕິເຮັດໃຫ້ພະນັກງານ-ສະມາຊິກພັກ ມີແນວຄິດການເມືອງ ໜັກແໜ້ນເຂັ້ມແຂງ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ ພ້ອມກັນນັ້ນຄະນະໜ່ວຍພັກກໍ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກພາຍໃນໜ່ວຍ ສຸມໃສ່ເຮັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ເຄື່ອນໄຫວຕາມພາລະບົດບາດ,
ສິດໜ້າທີ່, ຄວາມຮັບຜິດຊອບຂອງຕົນ, ປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ປ້ອງກັນເວນຍາມບໍ່ໃຫ້ນັກໂທດ, ຜູ້ຕ້ອງຫາ, ຜູ້ດັດສ້າງ ໂຕນໜີຈາກຄ້າຍຄຸມຂັງ-ດັດສ້າງ ແລະ ທັງເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິ່ງ, ໄລຍະ 3 ເດືອນຜ່ານມາມີເອກະສານເຂົ້າ-ອອກ ຈໍານວນ 842 ສະບັບ, ຜ່ານເອກະສານຕ່າງໆ 203 ສະບັບ, ຂຽນໃບພົບຍາດ 1.015 ສະບັບ, ສ້າງແຜນປ້ອງກັນເວນຍາມຕາມຈຸດຕ່າງໆພາຍໃນຄ້າຍໄດ້ 270 ຄັ້ງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ນໍາພາຮ່ວມຊິວິດພັກປະຈໍາເດືອນເປັນປົກກະຕິ, ເສຍເງີນສະຕິພັກຖືກຕ້ອງຕາມລະບຽບຂອງພັກ, ໂຄສະນາເຜີຍແຜ່ບົດບາດການນໍາພາຂອງພັກ ຕໍ່ອົງການຈັດຕັ້ງມະຫາຊົນ ໃນນີ້ໄດ້ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າພັກໄດ້ 11 ສະຫາຍ, ສົມບູນ 3 ສະຫາຍ, ສໍາຮອງ 1 ສະຫາຍ, ຮຽນລະບຽບພັກ 3 ສະຫາຍ, ຮຽນສະໜັບສະໜູນ 4 ສະຫາຍ ແລະ ວຽກງານອື່ນກໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ.
ຕອນທ້າຍຍັງໄດ້ຮັບຟັງການໂອລົມຂອງສະຫາຍ ພັທ ຈະເລີນ ເລີດມຸງຄຸນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເຊີ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມກັນນີ້ກໍ່ໄດ້ຊີ້ນຳບາງບັນຫາທີ່ສຳຄັນ ເພື່ອເປັນທິດທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າພ້ອມ ທັງຮຽກຮ້ອງ ໃຫ້ສະມາຊິກພັກເປັນເຈົ້າການເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ບັນດາຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມະຕິຄຳສັ່ງຂອງຂັ້ນເທິ່ງຢ່າງເລິກເຊິ່ງ ສ້າງແບບແຜນວິທີນໍາພາ, ແບບແຜນວິທີເຮັດວຽກໃຫ້ທັນສະໄໝຂື້ນກວ່າເກົ່າ ພ້ອມດຽວກັນນັ້ນສະຫາຍຍັງໄດ້ເຜີຍແຜ່ ດໍາລັດຂອງລັດຖະບານ ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ, ບົດເເນະນໍາຂອງກົມໃຫຍ່ການເມືອງ ວ່າດ້ວຍການເພື່ມທະວີວຽກງານບໍາລຸງ-ກໍ່ສ້າງ, ວຽກງານຮັບກໍາລັງ, ວຽກງານຄຸ້ມຄອງ, ກວດກາ ແລະ ປ້ອງກັນກໍາລັງ ຕື່ມອິກ.
ພາບ-ຂ່າວ: ປກສ ແຂວງວຽງຈັນ, ທອງສີ