ອຸບັດຕິເຫດລົດວີໂກ້ເສຍຫລັກປີ້ນ 2 ຄັນ ຍ້ອນສາເຫດນຳ້ມັນລົດເຮ່ຍນຳທາງ
ໃນວັນທີ 08.11.2019 ເວລາ 17:00 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 55330065 – 020 23451624. ວ່າ: ມີລົດວີໂກ້ເສຍຫຼັກປີ້ນ 2 ຄັນ ຢູ່ເສັ້ນທາງ ຜາຮ່ອມ -ຊຽງລຽບ ເມືອງ ທ່າແຂກ ແຂວງຄຳມ່ວນ ເມື່ອໜ່ວຍງານກູ້ໄພພວກເຮົາ ໃດ້ໄປເຖິງຈຸດເກີດເຫດ ໃດ້ພົບເຫັນ ຜູ້ບາດເຈັບ 01 ຄົນ ເພດຍິງ
-ຜູ້ທີ່ 01 ເພດຍິງ ມີອາການກະທົບຫລັງ
– ຄັນທີ 1 ປີ້ນກາຍທາງໂຄ້ງຜາຮ່ອມໄປທາງມະຫາໄຊ
– ຄົນທີ 2 ປີ້ນຫ່າງຈາກຄັນທີ 1 ໄປປະມານ 50ແມັດ ທາງໄປມະຫາໄຊ
ເຫດການຄັ້ງນີ້ເຮັດໃຫ້ລົດເສຍຫາຍພໍສົມຄວນແລະຂໍຝາກເຖິງພາກສ່ວນທີ່ກ່ຽວຂ້ອງກວດກາບັນດາລົດດັ່ງກ່າວບໍ່ວ່ານ້ອຍໃຫຍ່ ວ່າມີຄວາມປອດໄພບໍ່ບາງຄັນບໍ່ມີຄວາມປອດໄພກໍມາແລ່ນເຮັດໃຫ້ນຳ້ມັນເຮ່ຍຊະຊາຍນຳທາງອັນກໍເກີດໃຫ້ຜູ້ອື່ນເສຍຊັບສິນແລະຍິ່ງກວ່ານັ້ນກະຄືຊີວິດ
ພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວໄປໂຮງຫມໍແຂວງຄຳມ່ວນ.
ອຸບັດຕິເຫດ ເຈັບປ່ວຍສຸກເສີນ ເຫດດ່ວນເຫດຮ້າຍ
ໂທສາຍຕົງ 020 55330065
020 23451624
(ສາຍດ່ວນ 1624 ໂທຟຣີ) 24ຊົ່ວໂມງ…
ພວກເຮົາເຮັດເພື່ອປະຊາຊົນແລະ ເພື່ອສັງຄົມ ໂດຍບໍ່ຫວັງຜົນຕອບແທນ
.