ໃນວັນທີ 2 ພະຈິກ 2019 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດໄດ້ ລົງຕິດຕາມຊຸກຍູ້ຂະບວນການ ເພື່ອກຽມລົງມືທໍາການຜະລິດ ເຂົ້ານາແຊງຢູ່ເມືອງຈໍາພອນ ໂດຍການຕ້ອນຮັບຂອງທ່ານ ຄໍາລຸຍ ຍາດຕິວົງ ເຈົ້າເມືອງ ຈໍາພອນ ພ້ອມຄະນະ.
ໄດ້ລົງຕິດຕາມຢູ່ສອງ ໂຄງການ ຄືໂຄງການໂພນມ່ວງ ແລະໂຄງການສະຄືນໄດ້ອອກ ແຮງງານລວມອະນາໄມຄອງ ເໝືອງ ເພື່ອກະກຽມໃຫ້ແກ່ການສະໜອງນໍ້າຜະລິດເຂົ້ານາແຊງ ປີນີ້ທົ່ວແຂວງມີແຜນຈະຜະລິດ ໃຫ້ໄດ້ 30 ພັນເຮັກຕາຫລາຍ ກວ່າຫມູ່ແມ່ນຢູ່ເມືອງຈໍາ ພອນ, ຖັດລົງມາແມ່ນເມືອງໄຊບູລີ, ຊົນນະບູລີ ແລະເມືອງສອງ ຄອນ ເນື່ອງຈາກຜ່ານມາປີນີ້ໄດ້ ຮັບຜົນກະທົບຈາກໄພນໍ້າຖ້ວມ ໂດຍສະເພາະແຂວງສະຫວັນ ນະເຂດ ທີ່ຖືກກະທົບໝັກແມ່ນ ເມືອງຈໍາພອນ, ຊົນນະບູລີ, ສອງຄອນ ແລະໄຊບູລີ ບັນດາ ຄອບຄົວທີ່ຖືກຜົນກະທົບຈາກ ໄພນໍ້າຖ້ວນ ທີ່ບໍ່ມີເຂົ້າ ເກັບກ່ຽວ ທາງແຂວງມີແຜນແຈກຢາຍ ແນວພັນເຂົ້າ, ແນວພັນພືດເພື່ອ ເຮັດການຜະລິດລະດູແລ້ງ ແຕ່ກໍ່ມີຈຳນວນໝຶ່ງທີ່ສະໜອງ ແນວພັນໃຫ້ອາດຈະບໍ່ທົ່ວເຖິງ ເພາະວ່າປີນີ້ນໍ້າຖ້ວມຫລາຍ ເຮັດໃຫ້ຄວາມ ຕ້ອງການແນວ ພັນມີສູງຈຶ່ງເຮັດໃຫ້ການສະ ຫນອງແນວພັນດັ່ງກ່າວບໍ່ພຽງ ພໍກັບຄວາມຕ້ອງການສຳລັບ ລະບົບນໍ້າຊົນລະປະທານແມ່ນ ໄດ້ຮັກສາ ຫຼື ອັດໄວ້ໝົດ ແລະ ຈຳນວນໜຶ່ງໄດ້ເຮັດຝາຍຊົ່ວ ຄາວຕາມລຳເຊຕ່າງໆເຊັ່ນວ່າ ເຊຊໍາຊອຍ, ເຊຈຳພອນ, ຕາມ ຫ້ວຍຕ່າງໆ ໂດຍສະເພາະຢູ່ ເມຶືອງຊົນນະບູລີແມ່ນໄດ້ສ້າງ ຝາຍຊົ່ວຄາວຕັນເຊ ເພື່ອກັກ ເກັບນ້ຳໄວ້ດູດໃສ່ນາແຊງ, ແລະການຜະລິດ ພືດອື່ນໆ.
ໃນໂອກາດດັ່ງກ່າວທາງ ຄະນະ ກໍ່ໄດ້ເດີນທາງໄປ ເມືອງ ຊົນນະບູລີ ເພື່ອໄປເບິ່ງການ ເຮັດຝາຍຊົ່ວຄາວຂອງປະຊາ ຊົນເຂດບ້ານຊຽງຮົ່ມເພື່ອກັກ ເກັບນ້ຳທຳການຜະລິດເຂົ້າ ນາແຊງ ເຊິ່ງຝາຍດັ່ງກ່າວນັບ ແຕ່ຝັ່ງເຊຊຽງຮົ່ມຫາບຶງຊ້າງ ມີຄວາມກວ້າງປະມານ 130 m ຄວາມກວ້າງຂອງຄັນກັ້ນນໍ້າ ປະມານ 6 m ຝາຍໃຊ້ກະ ເປົາປະມານ 6000 ກວ່າສອບ ຄາດວ່າຈະເອົາຂຶ້ນສູງປະມານ 1,5 m ອາດຈະຮັບຮອງປະລິ ມານ ນ້ຳໄດ້ຫຼາຍ ຈາກນັ້ນ ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມອບແນວພັນເຂົ້າໃຫ້ ເມືອງ ຈຳພອນ 60 ໂຕນ ແລະ ເມືອງຊົນນະບູລີ ຈຳນວນ 40 ໂຕນ ນໍາໄປແຈກຢາກໃຫ້ປະຊາ ຊົນທີ່ມີຄວາມຕ້ອງການແນວ ພັນໃນການທໍາການຜະລິດເຂົ້ານາແຊງ.
Credit: ສະຫວັນພັດທະນາ ຂ່າວ / Savanhphathana News