ໂຮງງານຊີມັງສາກົນຫົວພັນ-ອາງຊຶ ເປັນກິດຈະການລົງທຶນຂອງບໍລິສັດຊີມັງສາກົນ ຫົວພັນ ອາງຊຶຈຳກັດ ເຊິ່ງເປັນບໍລິສັດສັນຊາດຈີນ ໃນວົງເງິນລົງທຶນ 50ລ້ານຢວນ ຫຼື ປະມານ63ຕື້ກີບ, ມີສະຖານທີ່ໂຮງງານຕັ້ງຢູ່ ບ້ານກ້າງທາດ ເມືອງວຽງໄຊ ແຂວງຫົວພັນ ເຊິ່ງປັດຈຸບັນໂຄງການກໍ່ສ້າງໄດ້ສຳເລັດແລ້ວ 90 % ແລະ ຄາດວ່າຈະດຳເນີນການຜະລິດທົດລອງໃນທ້າຍປີ 2019 ນີ້.
ທ່ານ ໄຊຈົ້ງ ຫົວໜ້າວິຊາການພາກສະໜາມ ໂຮງງານຊີມັງສາກົນຫົວພັນ-ອາງຊຶລາຍງານເມື່ອວັນທີ 7 ພະຈິກ 2019 ນີ້ວ່າ: ໂຄງການກໍ່ສ້າງໂຮງງານຊີມັງແຫ່ງນີ້ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2018 ໃນເນື້ອທີ່ 8,7 ເຮັກຕາ ເຊິ່ງປະກອບດ້ວຍໂຮງແຍກຫີນ, ໂຮງເກັບວັດຖຸດິບ, ໂຮງປະສົມຊີມັງ, ໂຮງບົດຊີມັງ, ຖັງເກັບຊີມັງ, ຫ້ອງຄວບຄຸມລະບົບເຮັດວຽກຂອງໂຮງງານ, ຫ້ອງຄວບຄຸມໄຟຟ້າ, ຫ້ອງວິໄຈ, ເຮືອນພັກຄົນງານ ແລະ ພື້ນຖານໂຄງລ່າງອີກຈຳນວນໜຶ່ງສຳເລັດແລ້ວ 100%. ປະຈຸບັນໄດ້ເລີ່ມຕິດຕັ້ງລະບົບໂຮງໂມ້ຊີມັງຄາດວ່າຈະຕິດຕັ້ງໃຫ້ສຳເລັດໃນໄວໆນີ້ ເຄື່ອງອຸປະກອນຜະລິດຕ່າງໆຂອງໂຮງງານ ແມ່ນນຳເຂົ້າມາຈາກ ສປ ຈີນ ແລະ ມາເຖິງທີ່ໂຮງງານເປັນທີ່ຮຽບຮ້ອຍແລ້ວ.
ໂຮງງານແຫ່ງນີ້ ສາຍການຜະລິດຊີມັງແມ່ນແນວເຕົາເຜົາແຫ້ງແບບໃໝ່ແບບລົມໝູນ 5 ລະດັບ ເຊິ່ງວັດຖຸດິບທີ່ຈະນຳມາປ້ອນໂຮງງານແມ່ນນຳໃຊ້ຊັບພະຍາກອນພາຍໃນປະເທດເປັນສ່ວນໃຫຍ່ ເມື່ອຕິດຕັ້ງເຄື່ອງສຳເລັດ ຄາດວ່າຈະມີກຳລັງຜະລິດຊີມັງໄດ້ສູງເຖິງ 2.500 ໂຕນ/ວັນ. ສ່ວນຂອບເຂດການບໍລິການແມ່ນຈະຈັດຈຳໜ່າຍຢູ່ພາຍໃນປະເທດລາວ ໂດຍສະເພາະແມ່ນແຂວງຫົວພັນ ໃນມູນຄ່າໂຕນລະ 5 ແສນກວ່າກີບ. ນອກນັ້ນ, ຍັງມີແຜນສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດຕື່ມອີກ.
ຂ່າວ-ພາບ: ໄອແກ້ວ