ຫຼວງພະບາງ: ຂົວຂ້າມແມ່ນໍ້າຄານເຮັດດ້ວຍໄມ້ປ່ອງມີຄວາມຍາວ 100 ກວ່າແມັດ, ໃນມູນຄ່າ 20 ລ້ານກວ່າກີບ ເພື່ອເຊື່ອມຈອດສອງຝາກຝັ່ງຈຸດແຈແຫຼມປາກນໍ້າຄານ(ອ້າຍຕົ່ງກວ້າງ)ຫາບ້ານຄີລີ(ໂຮງແຮມແມ່ຂອງວີວ) ແນໃສ່ສ້າງສິ່ງອໍານວຍຄວມສະດວກໃຫ້ແກ່ນັກທ່ອງທ່ຽວຢ່າງຂ້າມເພື່ອຊົມທິວທັດທໍາມະຊາດເຂດປາກນໍ້າຄານຕໍ່ໃສ່ແມ່ນໍ້າຂອງ ແລະ ໄປທ່ຽວຊົມບ້ານຫັດຖະກໍາຊ່າງຄ້ອງໂດຍໃຊ້ເວລາສັ້ນກວ່າຂີ່ລົດໂຄ້ງອອກໄປທາງຂົວໃໝ່.

ທິມຂ່າວແຂວງຫຼວງພະບາງໄດ້ລົງສໍາພາດ ທ່ານ ບຸນເຫຼືອ ສິນທະວົງ ນາຍບ້ານໆໂພນສະອາດຮູ້ວ່າ: ສໍາລັບໂຄງການສ້າງຂົວໄມ້ປ່ອງ ຂ້າມນໍ້າຄານ(ຈຸດປາກນໍ້າຄານ) ແມ່ນໂຄງການໜຶ່ງຂອງບ້ານໂພນສະອາດ ເພື່ອເປັນການສ້າງສີສັນສົ່ງເສີມການທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ກັບບ້ານ ຊຶ່ງໂຄງການສ້າງຂົວໄມ້ປ່ອງແມ່ນໄດ້ເລີ່ມມາແຕ່ ປີ 2006 ເປັນຕົ້ນມາລວມ 10 ກວ່າປີແລ້ວ ເຊິ່ງທ່ານຈະໄດ້ເຫັນມີພາບຂົວໄມ້ປ່ອງຢູ່ທີ່ປາກນໍ້າຄານແຫ່ງນີ້ແຕ່ລະປີນັບແຕ່ເດືອນ ຕຸລາ ໄປຮອດເດືອນ ມິຖຸນາ ເທົ່ານັ້ນ.

ອີກຢ່າງກໍ່ເພື່ອແນໃສ່ ສ້າງສິ່ງອໍານວຍຄວມສະດວກໃຫ້ແກ່ນັກທ່ອງທ່ຽວຢ່າງຂ້າມໄປ-ມາເພື່ອຊົມທິວທັດທໍາມະຊາດເຂດປາກນໍ້າຄານຕໍ່ໃສ່ແມ່ນໍ້າຂອງ, ຊົມພູທ້າວ-ພູນາງ ຝາກແມ່ນໍ້າຂອງທາງເມືອງຈອມເພັດ ແລະ ໄປທ່ຽວຊົມບ້ານຫັດຖະກໍາ ຊ່າງຄ້ອງ ໂດຍໃຊ້ເວລາສັ້ນກວ່າຂີ່ລົດໂຄ້ງອອກໄປທາງຂົວໃໝ່ ຊຶ່ງໃນແຕ່ລະປີໄດ້ມີແຂກນັກທ່ອງທ່ຽວຈາກທັງພາຍໃນແລະ ຕ່າງປະ ເທດໄປໃຊ້ບໍລິການເປັນຈໍານວນຫຼາຍ ສາມາດສ້າງລາຍຮັບໃຫ້ກັບບ້ານໂພນສະອາດປີໜຶ່ງປະມານ 30-40 ລ້ານກວ່າກີບ. ສໍາລັບຄ່າປີ້ຜ່ານຂົວນັກທ່ອງທ່ຽວຕ່າງປະເທດເກັບຄົນລະ 10 ພັນກີບໄປ-ກັບ, ຄົນລາວ 2.000 ກີບ.

ທ່ານນາຍບ້ານຍັງໃຫ້ຮູ້ຕື່ມວ່າ ບ້ານໂພນສະອາດຕັ້ງຢູ່ລະຫວ່າກາງແມ່ນໍ້າຂອງແລະແມ່ນໍ້າຄານ, ມີ 193 ຄອບຄົວ, ພົນລະເມືອງ 1.159 ຄົນ, GDP ບັນລຸ 17 ຕື້ກວ່າກີບ,ສະເລ່ຍໃສ່ຫົວຄົນໜຶ່ງປະມານ 17 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ສະນັ້ນຫາກທ່ານໃດທີ່ໄດ້ມາທ່ຽວຊົມ ນະຄອນ ຫຼວງພະບາງ ຊ່ວງລະດູການນີ້ເປັນ ຕົ້ນໄປກໍຢ່າລືມໄປໃຊ້ບໍລິການເດີ ຮັບຮອງວ່າທ່ານຈະມີພາບມູມງາມໆຈາກປາກນໍ້າຄານເຊື່ອມຕໍ່ແມ່ນໍ້າຂອງໄວ້ໃນມືຖືຂອງທ່ານເພື່ອໄວ້ເບິ່ງເວລາກັບບ້ານບໍ່ຜິດຫວັງ ໂດຍສະເພາະແມ່ນພາບຢາມແລງ.

ໂດຍ: ຂ່າວສານຫຼວງພະບາງ

Leave a Reply

Your email address will not be published. Required fields are marked *