ໃນທ້າຍອາທິດທີ່ຜ່ານມານີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີຈູດທໍາລາຍຢາເສບຕິດເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 18 ປີ(12/10/2001-12/10/2019) ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ທ່ານ ພັອ ຄໍາພົນ ສີຫາປັນຍາ ຫົວຫນ້າຫ້ອງກອງບັນຊາການ ປກສ ແຂວງ, ມີຄະນະພັກຄະນະຄະນະບັນຊາ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດນັກຮຽນເຂົ້າຮ່ວມ 1356 ຄົນ
ທ່ານປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກໍາມະການກະກຽມສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດໄດ້ໃຫ້ຮູ້ວ່າ: ຄະນະພັກ – ອໍານາດການປົກຄອງ ແຂວງ ສະຫວັນນະເຂດ ຮ່ວມກັບ ຄະນະກໍາມະການ ກວດກາ ແລະ ຄວບຄຸມຢາເສບຕິດ ແລະ ຂະແຫນງການທີ່ກ່ຽວຂ້ອງພາຍໃນແຂວງ ໄດ້ຈັດພິທີ ສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 18 ປີ ( 12/10/2001 – 12/10/2019 ) ແລະ ທຳລາຍຢາເສບຕິດ ທີ່ສານຕັດສິນໃຊ້ ໄດ້ຢ່າງເດັດຂາດແລ້ວໃນໄລຍະ 2 ປີຜ່ານມາ ທັງນີ້ກໍ່ເພື່ອເປັນການສະແດງອອກເຖິງເຈດຈໍານົງ ແລະ ຄວາມຮ່ວມມືຂອງສັງຄົມພ້ອມຈິດພ້ອມໃຈ ໃນການຮ່ວມກັນຕໍ່ຕ້ານກັບບັນຫາຢາເສບຕິດ ເຊິ່ງເປັນໄພ ຄຸກຄາມຕໍ່ການພັດທະນາເສດຖະກິດ – ສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ ແລະ ຄວາມຫມັ້ນຄົງຂອງຊາດເຮົາ
ຍ້ອນແນວນັ້ນໃນໄລຍະຜ່ານມາກໍຄືປະຈຸບັນ ພັກ ແລະ ລັດຖະບານເຮົາ ຈຶ່ງໄດ້ຖືເອົາການ ຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຫນ້າທີ່ສໍາຄັນ ແລະ ໄດ້ຊີ້ນໍາໆພາການຈັດຕັ້ງທີ່ກ່ຽວຂ້ອງປະຕິບັດວຽກງານ ຢ່າງຈົດຈໍ່ ແລະ ຈິງຈັງຕະຫຼອດມາ ຕໍ່ບັນຫາດັ່ງກ່າວ ພວກເຮົາ ໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມ ເປັນຕົ້ນແມ່ນຊາວຫນຸ່ມ-ເຍົາວະຊົນຜູ້ທີ່ເປັນຫນໍ່ແຫນງ ຂອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ ລວມຂອງກາງຄະດີ ເປັນຢາເສບຕິດປະເພດຕ່າງໆ ທີ່ຈະນໍາອອກມາທໍາ ລາຍໃນມື້ນີ້ມີ: ປະເພດຢາບ້າຈໍານວນ 374.525 ເມັດ, ຢາ ບ້າປອມ 7,995 ເມັດ, ນ້ໍາຫນັກ 547.0916 ກຼາມ, ຢາໄອສ໌ 01 ຖົງນ້ອຍ ກັບ 04 ຫຼອດ, ນ້ໍາຫນັກ 52.2185 ກຼາມ ຄັນຊາແຫ້ງ ຈໍານວນ 01 ຖົງ, ນ້ໍາຫນັກ 02 ກຼາມ ກັບ 13 ແທ່ງ ກັບ 50 ຖົງນ້ອຍ ກັບ ອີກ 02 ຖົງ ລວມນ້ໍາ 14,020 ກຼາມ ແລະ ແປ້ງຝຸ່ນສີບົວ 01 ຖົງນ້ອຍ, ນ້ໍາຫນັກ 02 ກຼາມ
ໃນໂອກາດດັ່ງກ່າວການນຳພັກລັດຄະນະພັກຄະນະບັນຊາກໍ່ໄດ້ ລົງເຄື່ອນໄຫວຢ້ຽມຢາມສູນປິ່ນປົວ ຜູ້ຕິດຢາເສບຕິດຫຼັກ26 ຕື່ມອີກ.
ພາບ-ຂ່າວ ສີສະເຫຼີມສັກ