ວັນທີ 08/11/2019 ເວລາ 01:28 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ຂ.ນະຄອນຫຼວງວຽງຈັນ.
ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກລາມເຮືອນຢ່າງຮຸນແຮງ.
ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ໜ່ວຍງານສະກັດກັ້ນອັກຄີໄພນະຄອນຫຼວງໄດ້ຮ່ວມກັນສະກັດກັ້ນມອດໄຟຈົນສຳເລັດ ແລະສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.
ໝາຍເຫດ: ສ່ວນຄວາມເສຍຫາຍ ແລະ ສາເຫດອັກຄີໄພໃນຄັ້ງນີ້ແມ່ນເຈົ້າໜ້າທີ່ສອບສວນວິຊາສະເພາະເພິ່ນເກັບກຳຂໍ້ມູນພາຍຫຼັງ.