1623: ວັນທີ 08/11/2019 ເວລາ 01:28 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ຂ.ນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກລາມເຮືອນຢ່າງຮຸນແຮງ.

ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ໜ່ວຍງານສະກັດກັ້ນອັກຄີໄພນະຄອນຫຼວງໄດ້ຮ່ວມກັນສະກັດກັ້ນມອດໄຟຈົນສຳເລັດ ແລະສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.

ໝາຍເຫດ: ສ່ວນຄວາມເສຍຫາຍ ແລະ ສາເຫດອັກຄີໄພໃນຄັ້ງນີ້ແມ່ນເຈົ້າໜ້າທີ່ສອບສວນວິຊາສະເພາະເພິ່ນເກັບກຳຂໍ້ມູນພາຍຫຼັງ.

ຈຸດຫນອງໄຮ

______________________________________
ພົບເຫດສຸກເສີນ ແຈ້ງເບີໂທ 1623 ຕະຫຼອດ 24 ຊົ່ວໂມງ

.

.

.

Leave a Reply

Your email address will not be published. Required fields are marked *