ໃນວັນທີ 1 ພະຈິກ ນີ້, ກອງພັນໃຫຍ່11 ໄດ້ຈັດຕັ້ງເຝິກແອບ ຍິງລູກປືນແທ້ ຄັ້ງທີ 1 ຂຶ້ນຢູ່ທີ່ ສະໜາມຍິງປືນ ຂອງວິທະຍາຄານກົມມະດຳ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ກິລະກອນ ບຸນນະຜົນ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ, ຫົວໜ້າ ການທະຫານ ກອງພັນໃຫຍ່11, ມີບັນດາແຂກທີ່ຖືກເຊີນມາຈາກ ບັນດາກົມນ້ອຍ, ອຳນວຍການວິທະຍາຄານ ແລະ ກົມກອງ ອ້ອມຂ້າງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.

ການຈັດຕັ້ງເຝິກແອບຍິງລູກປືນແທ້ໃນຄັ້ງນີ້ກໍເພື່ອເປັນການຫັດແອບ ໃຫ້ພະນັກງານ-ນັກຮົບ ມີຄວາມຊຳນິ ຊຳນານທາງດ້ານສິລະປະຍຸດ-ຍຸດທະວິທີສ້າງໃຫ້ພະນັກງານບັນຊາມີໄຫວພິກ, ມີຫົວ ຄິດປະດິດສ້າງ, ໃນການສູ້ຮົບຕົວຈິງ. ກ່ອນເຂົ້າຊົມການເຝິກແອບຍິງປືນແທ້ຄັ້ງນີ້ ສະຫາຍ ພັນເອກ ກົງທອງ ສຸຂະວົງ ໄດ້ຂຶ້ນລາຍ ງານຄວາມຕັດສິນໃຈສູ້ຮົບຂອງ ກອງພັນໃຫຍ່ໃຫ້ ສະຫາຍ ພົນຕີ ກິລະກອນ ບຸນນະຜົນ ຫົວໜ້າກົມ ໃຫຍ່ເຕັກນິກກອງທັບ ພ້ອມດ້ວຍ ແຂກທີ່ຖືກເຊີນໃຫ້ຮັບຊາບຄວາມມຸ້ງປະສົງ ໃນການຫັດແອບ.

 

ຫຼັງຈາກນັ້ນ ການເຝິກແອບຂອງບັນດາ ກອງພັນຕ່າງໆ ໄດ້ດຳເນີນໄປ ຕາມແຜນກາ. ພາຍຫຼັງສຳເລັດ ການຫັດແອບຍິງລູກປືນແທ້ ແລ້ວ ສະຫາຍ ພົນຕີ ກິລະກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກກອງທັບກໍໄດ້ໃຫ້ກຽດໂອ້ລົມ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 11 ພ້ອມດ້ວຍພະນັກງານ-ນັກຮົບ ທີ່ໄດ້ພ້ອມກັນເຝິກແອບ ແລະ ເຮັດສຳເລັດໜ້າທີ່ ການເມືອງຂອງຕົນ, ເຮັດໃຫ້ ການຈັດຕັ້ງເຝິກແອບ ຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ບັນລຸໄປດ້ວຍດີ, ຮັບປະກັນຄວາມປອດໄພ 100%.

 

ໂດຍ: ນັກຂ່າວກອງພັນໃຫຍ່ 11

 

Leave a Reply

Your email address will not be published. Required fields are marked *