ໃນວັນທີ 7 ພະຈິກ 2019 ນີ້, ຢູ່ສຳນັກພະຣາຊະວັງຍີ່ປຸ່ນ, ທ່ານ ພັນຄຳ ວິພາວັນ ຮອງປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຮັບຫລຽນ Grand Cordon of the Order of the Rising Sun ຈາກເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງຍີ່ປຸ່ນ ເຊິ່ງແມ່ນຫລຽນລະດັບຊາດ ຂັ້ນສູງສຸດ ຂອງຍີ່ປຸ່ນ ທີ່ມອບໃຫ້ຊາວຕ່າງຊາດ.

ທ່ານ ພັນຄໍາ ວິພາວັນ ໄດ້ມີຜົນງານຫລາຍດ້ານໃນການປະກອບສ່ວນເຂົ້າໃນການພົວພັນຮ່ວມມືລະຫວ່າງລາວ-ຍີ່ປຸ່ນ ໃນໄລຍະດຳລົງຕຳແຫນ່ງ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍລວມແລ້ວ ທ່ານຮອງປະທານປະເທດ ສປປ ລາວ ໃຫ້ຄວາມສໍາຄັນ ຕໍ່ການພົວພັນຮ່ວມມື ກັບ ຍີ່ປຸ່ນ ໃນຂະແໜງການສຶກສາ, ກິລາ, ວັດທະນະທໍາ ແລະ ສັງຄົມ ຕະຫລອດມາ. ສະເພາະໄລຍະຫລັງນີ້ ທ່ານ ໄດ້ສະໜັບສະໜູນ ຍີ່ປຸ່ນ ລົງສະໝັກເປັນເຈົ້າພາບຈັດງານແຂ່ງຂັນກິລາ ໂອແລມປິກ 2020 ເຊິ່ງ ສປປ ລາວ ເປັນປະເທດອັນດັບຕົ້ນ ທີ່ແຈ້ງໃຫ້ການສະໜັບສະໜູນຍີ່ປຸ່ນ ແລະ ຍີ່ປຸ່ນ ໄດ້ຮັບເລືອກຕັ້ງ. ພ້ອມນັ້ນ ຍັງສົ່ງເສີມການຮ່ວມມືດ້ານກິລາ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການຝຶກແອບນັກກິລາລາວ ທີ່ຈະເຂົ້າຮ່ວມງານມະຫາກຳກິລາ ໂອແລມປິກ 2020 ທີ່ ໂຕ ກຽວ, ສະໜັບສະໜູນການສ້າງຕັ້ງຫ້ອງການຜູ້ຕາງໜ້າສູນອາຊີມູນນິທິຍີ່ປຸ່ນ ປະຈໍາ ສປປ ລາວ.

 

ປັດຈຸບັນ, ຫ້ອງການດັ່ງກ່າວ ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນການສົ່ງເສີມການແລກປ່ຽນທາງດ້ານວັດທະນະທໍາ ແລະ ສັງຄົມ ສອງປະ ເທດ ໄດ້ເປັນຢ່າງດີ, ທັງ ແລກປ່ຽນຄໍາຄິດເຫັນຢ່າງຕັ້ງໜ້າ ແລະ ຮ່ວມກັບ ທ່ານ ຕາເກໂອະ ຄາວາມູຣະ ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍສະພາ ເຂົ້າຮ່ວມພິທີປູກຕົ້ນຊາກູຣະ (ປະມານ 220 ຕົ້ນ) ໃນປີ 2015 ທີ່ ແຂວງຫົວພັນ ເຊິ່ງແມ່ນກິດຈະກໍາສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ຍີ່ປຸ່ນ ຄົບຮອບ 60 ປີ ແລະ ໄດ້ມີການພັດທະນາສະຖານທີ່ປູກຕົ້ນຊາກູຣະດັ່ງກ່າວ ໃຫ້ເປັນ ສວນສາທາລະນະ ຕົ້ນຊາກູຣະມິດຕະ ພາບ ລາວ ແລະ ຍີ່ປຸ່ນ.

ໃນໄລຍະດຳລົງຕຳແຫນ່ງ ຮອງປະທານປະເທດ ແຫ່ງສປປ ລາວ, ທ່ານໄດ້ໃຫ້ຄວາມສໍາຄັນ ຕໍ່ການເສີມຂະ ຫຍາຍສາຍພົວພັນມິດຕະພາບ ລາວ-ຍີ່ປຸ່ນ; ມີການແລກ ປ່ຽນ ຄໍາຄິດເຫັນແບບກົງໄປກົງມາ ແລະ ສ້າງສັນ ກັບ ການນໍາຂັ້ນສູງຍີ່ປຸ່ນ ອັນໄດ້ເຮັດໃຫ້ບັນຍາກາດການຮ່ວມ ມືສອງຝ່າຍ ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ເປັນຕົ້ນແມ່ນ ການພົບປະສອງຝ່າຍ. ນອກນັ້ນ, ທ່ານຍັງໃຫ້ຄວາມສໍາຄັນຕໍ່ການເຄື່ອນໄຫວ, ການລົງທຶນ ແລະ ຢ້ຽມຢາມ ບໍລິສັດ ຍີ່ປຸ່ນ ທີ່ລົງທຶນ ຢູ່ ລາວອີກດ້ວຍ. ພາຍໃຕ້ການຊີ້ນໍາຂອງທ່ານ ເຮັດໃຫ້ລະດັບທ້ອງຖິ່ນຂອງລາວ ເຂົ້າໃຈ ແລະ ຮັບຮູ້ວິທີການບໍລິຫານສວນກະສິກໍາ ແລະ ເຕັກນິກການລ້ຽງສັດແບບຍີ່ປຸ່ນ, ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ສອງປະເທດ ລາວ ແລະ ຍີ່ປຸ່ນ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກວ້າງຂວາງ ເວົ້າລວມ, ເວົ້າສະເພາະ ພາບລວມຂອງບໍລິສັດຍີ່ປຸ່ນ ທີ່ມາລົງທຶນ ຢູ່ ລາວ ໄດ້ຮັບການຍົກລະດັບສູງຂຶ້ນ.

ຫລຽນ Order of the Rising Sun ແມ່ນຫລຽນລະດັບຊາດ ທີ່ລັດຖະບານຍີ່ປຸ່ນ ມອບໃຫ້ແກ່ຊາວຕ່າງຊາດ ເລີ່ມແຕ່ປີ 1875 ເປັນຕົ້ນມາ ໂດຍປະດັບໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນຂົງເຂດວຽກງານການທູດ, ການພົວພັນສອງຝ່າຍ, ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການຮັກສາສິ່ງແວດລ້ອມ ແລະ ອື່ນໆ ໂດຍແມ່ນເຈົ້າຈັກກະພັດຍີ່ປຸ່ນ ເປັນຜູ້ມອບ 02 ຄັ້ງ ຕໍ່ປີ (ລະດູໃບໄມ້ປົ່ງ ຕົ້ນປີ ແລະ ລະດູໃບໄມ້ຫລົ່ນ ທ້າຍປີ) ເຊິ່ງປະກອບມີ 06 ຂັ້ນ.

ຂ່າວ-ພາບ: ອ່າຍຄຳ

Leave a Reply

Your email address will not be published. Required fields are marked *