ໃນວັນທີ 30 ຕຸລານີ້, ຢູ່ທີ່ ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີມອບ-ຮັບໂຄງ ການກໍ່ສ້າງໂຮງຮຽນທະຫານ ຊາຍແດນ 712 ໄລຍະທີ 2, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ຕ່າວວັນທ້າຍ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ສປປລາວ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງການ, ວິຊາການໂຮງຮຽນທະ ຫານຊາຍແດນ 712 ແລະ ພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ເຈືອງກົງທິງ ໄດ້ຕາງໜ້າບໍລິສັດ K36 ລາຍງານກ່ຽວກັບໂຄງການກໍ່ສ້າງດັ່ງກ່າວ ເຊິ່ງລວມມີຫຼາຍລາຍການເປັນຕົ້ນແມ່ນ ລະບົບກັນເຈື່ອນ, ສະໜາມຍິງປືນ, ຕຶກຫ້ອງນອນ ພະນັກງານໂສດ ແລະ ຄອບຄົວ, ໂຮງໝໍ 10 ຕຽງ, ເຮືອນຄົວລວມ ແລະ ອື່ນໆອີກ ລວມມູນຄ່າການ ກໍ່ສ້າງທັງໝົດ 100 ກວ່າຕື້ກີບ ໂດຍແມ່ນທຶນຊ່ວຍເຫຼືອລ້າຈາກ ສສ ຫວຽດນາມ. ເຊິ່ງກ່າວຮັບ ໂດຍ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມຊາຍແດນ ກົມໃຫຍ່ເສນາທິການກອງທັບ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ກໍໄດ້ກ່າວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການນໍາພັກ-ລັດ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວ ເຊິ່ງຈະເປັນສິ່ງຂອງອັນລໍ້າຄ່າຂອງ ສອງຊາດລາວ-ຫວຽດນາມຕະຫຼອດໄປ, ພ້ອມທັງໄດ້ເນັ້ນໜັກ ໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງປົກປັກຮັກສາ ແລະ ນຳໃຊ້ບັນດາສິ່ງປຸກສ້າງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຈົບງາມ ແລະ ສາມາດນໍາໃຊ້ໄດ້ຍາວນານ.
ທີ່ມາ: ຂ່າວ ກອງທັບ