ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ, ໄດ້ລົງເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈ ເຖິງຜົນຮ້າຍໄພອັນຕະລາຍຢາເສບຕິດ ໃຫ້ນ້ອງນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ໂຊກນ້ອຍ ໃນຕອນເຊົ້າ ຂອງວັນທີ 6 ພະຈິກ 2019 ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ໂຊກນ້ອຍ ເມືອງໄຊເສດຖາ ໂດຍການບັນຍາຍໃຫ້ຄວາມຮູ້ຂອງ ຮອ ແສງປະເສິດ ສຸລາພອນ ຮອງຫົວໜ້າໜ່ວຍງານໂຄສະນາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ, ມີ ທ່ານ ອາຈານ ຟອງສາລີ ຂຸນສະທອນ ຜູ້ອຳນວຍການ ໂຮງຮຽນມັດທະຍົມຕອນຕົ້ນ ໂຊກນ້ອຍ, ພ້ອມດ້ວຍ ຄູ-ອາຈານ ພະນັກງານທີ່ກ່ຽວຂອງ ແລະ ບັນດານ້ອງນັກຮຽນ ຈຳນວນ 300 ຄົນ, ຍິງ 148 ຄົນເຂົ້າຮ່ວມຮັບຟັງ.
ຮອ ແສງປະເສິດ ສຸລາພອນ ຮອງຫົວໜ້າໜ່ວຍງານໂຄສະນາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ, ໄດ້ບັນຍາຍເອກະສານກ່ຽວກັບຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ; ພ້ອມທັງ ສາຍສາລະຄະດີກ່ຽວກັບຜົນຮ້າຍໄພອັນຕະລາຍຕໍ່ຜູ້ເສບຢາເສບຕິດໃຫ້ນ້ອງນັກຮຽນ ແລະ ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈວ່າ: ເມື່ອເສບຢາເສບຕິດເຂົ້າໄປແລ້ວຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ ແລະ ຈິດປະສາດ ເຮັດໃຫ້ເກີດອາການປະສາດຫຼອນເປັນບ້າ, ເສຍຈິດ, ມັກໃຊ້ອາລົມຮຸນແຮງ ທຳຮ້າຍໂຕເອງ ແລະ ຄົນອ້ອມຂ້າງ, ສົ່ງຜົນກະທົບຕໍ່ຄອບຄົວເຮັດໃຫ້ຄອບຄົວເກີດຄວາມວຸ້ນວາຍແຕກແຍກ ແລະ ຍັງສ້າງບັນຫາສັງຄົມເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ແລະ ທັງເປັນການກົດໜ່ວງຖ່ວງດຶງໃນການພັດທະນາເສດຖະກິດ-ສັງຄົມ; ພ້ອມທັງ ຜິດຕໍ່ກົດໝາຍວ່າດ້ວຍຢາເສບຕິດ ກົດໝາຍອາຍາໃນມາດຕາ 146 ອີກດ້ວຍ.
ໃນຕ້ອນທ້າຍ , ຮອ ແສງປະເສິດ ສຸລາພອນ ຮອງຫົວໜ້າໜ່ວຍງານໂຄສະນາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ ຍັງໄດ້ມອບ ໂພຣດສ໌ເຕີຜົນຮ້າຍຂອງຢາເສບຕິດ 3 ແຜ່ນ ແລະ ແຜ່ນພັບໂຄສະນາຕ້ານຢາເສບຕິດ 300ໃບ ໃຫ້ໂຮງຮຽນມັດທະຍົມຕອນຕົ້ນ ໂຊກນ້ອຍ ນຳອີກ
ທີ່ມາ:ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ