ສີ ຈິ້ນຜິງ ເປັນຜູ້ນໍາທີ່ມີຊື່ສຽງໂດ່ງດັງ ທັງເປັນປະທານປະເທດຂອງ ສປ.ຈີນ ທີ່ມີອໍານາດ ແລະ ປະສົບຄວາມສໍາເລັດຫຼາຍທີ່ສຸດໃນໂລກ. ສີ ຈິນຜິງ ເປັນເດັກທີ່ເກີດໃນຄອບຄົວຍາກຈົນ, ນ້ອງສາວຂອງລາວຖືກຂ້າຕາຍຕອນລາວມີອາຍຸ 13 ປີ, ພໍ່ຂອງລາວ ຖືກທາງການຈີນຈັບເຂົ້າຄຸກຕັ້ງແຕ່ລາວມີອາຍຸ 15 ປີ ແລະ ລາວເອງກໍຖືກສົ່ງໄປເຮັດວຽກຢູ່ທີ່ໝູ່ບ້ານ ຫຼຽງເຈີຍເຫີ ຊຶ່ງເປັນຖານທີ່ໝັ້ນຂອງຄະນະປະຕິວັດ ມົນທົນສ່ານຊີ.

 

ສີ ຈິ້ນຜິງ ຮັກ ແລະ ເຄົາລົບພໍ່ຂອງລາວຫຼາຍທີ່ສຸດ, ໃນໄວເດັກລາວເປັນຄົນເຫັນແກ່ໂຕ ຄິດເຫັນແຕ່ຜົນປະໂຫຍດຂອງຕົນເອງ ແລະ ບໍ່ເຄີຍຄິດເຖິງຄວາມຮູ້ສຶກຂອງຜູ້ອື່ນ ແລະ ກໍແມ່ນພໍ່ຂອງລາວເອງ ທີ່ປູກຝັງຮາກຖານ ແລະ ຄອຍສັ່ງສອນໃຫ້ບົດຮຽນແກ່ລາວຈົນປະສົບຜົນສໍາເລັດໃນປັດຈຸບັນ.

ບົດຮຽນທີ່ພໍ່ລາວສອນໃຫ້ຄື “ບົດຮຽນໄຂ່ 3 ໜ່ວຍ”

 

ມື້ໜຶ່ງພໍ່ຂອງລາວຕົ້ມໝີ່ 2 ຖ້ວຍ, ຖ້ວຍໜຶ່ງມີໄຂ່ 1 ໜ່ວຍ ແລະ ອີກຖ້ວຍໜຶ່ງບໍ່ມີໄຂ່ ແລ້ວຍົກໃຫ້ ສີ ຈິ້ນຜິງ ເລືອກກ່ອນວ່າ: ຢາກໄດ້ຖ້ວຍໃດ ຊຶ່ງເວລານັ້ນ ອາຫານຂາດແຄນທີ່ສຸດ, ໄຂ່ 1 ໜ່ວຍ ຖືວ່າມີຄຸນຄ່າຫຼາຍ, ສີ ຈິ້ນຜິງ ໄດ້ເລືອກຖ້ວຍທີ່ມີໄຂ່ຢ່າງບໍ່ລັ່ງເລໃຈ ແຕ່ພໍ່ຂອງລາວໄດ້ບອກໃຫ້ລາວຮູ້ໄວ້ວ່າ: ເປັນການເລືອກທີ່ຜິດພາດ ເພາະໝີ່ອີກຖ້ວຍໜຶ່ງກໍມີໄຂ່ເຖິງ 2 ໜ່ວຍເຊື່ອງຢູ່ກ້ອງເສັ້ນໝີ່ໃນຖ້ວຍນັ້ນ ພໍ່ຂອງລາວເລີຍສອນວ່າ:“ລູກເອີຍ ສິ່ງທີ່ເຮົາເຫັນອາດບໍ່ໄດ້ເປັນດັ່ງທີ່ເຮົາຄິດ ໃຜກໍຕາມທີ່ພະຍາຍາມປຽບທຽບກັບຜູ້ອື່ນມັກເສຍປຽບໃນພາຍຫຼັງ”.

 

ແລງມື້ຕໍ່ມາ ພໍ່ຂອງລາວກໍຍັງຕົ້ມໝີ່ມາ 2 ຖ້ວຍອີກຄືເກົ່າ, ຖ້ວຍໜຶ່ງມີໄຂ່ ລາວ ກໍບໍ່ລໍຊ້າ ເລືອກເອົາຖ້ວຍໝີ່ທີ່ບໍ່ມີໄຂ່ທັນທີ, ແຕ່ລາວກໍຜິດຫວັງເມື່ອຄົນເບິ່ງຖ້ວຍແລ້ວພົບວ່າ ໃນຖ້ວຍໝີ່ບໍ່ມີໄຂ່ຈັກໜ່ວຍເລີຍ ພໍ່ຂອງລາວຈຶ່ງສອນເພີ່ມຕື່ມວ່າ: “ລູກຕ້ອງຈື່ໄວ້ວ່າ ຈົ່ງຢ່າເຊື່ອປະສົບການໃນອະດີດຫຼາຍຈົນເກີນໄປ ຈົນຖືກອະດີດຫຼອກ ຊີວິດເປັນສິ່ງທີ່ປ່ຽນແປງຕະຫຼອດເວລາ ບໍ່ສາມາດຮຽນຮູ້ຈາກປະສົບການໃນອະດີດໄດ້ສະເໝີໄປ”.

 

ແລງມື້ທີ 3 ຕໍ່ມາ ພໍ່ຂອງລາວກໍຍັງເຮັດຕົ້ມໝີ່ມາອີກ 2 ຖ້ວຍ ພຽງແຕ່ວ່າມື້ນີ້ລາວ ບໍ່ເລືອກ ແຕ່ກັບບອກພໍ່ຂອງລາວວ່າ: “ພໍ່ເຮັດເພື່ອຄອບຄົວຂອງເຮົາຫຼາຍແບບ ແບບນີ້ ໃຫ້ພໍ່ເລືອກກ່ອນສາ”, ພໍ່ຂອງລາວກໍເລີຍເລືອກຖ້ວຍທີ່ມີໄຂ່ໄປ. ສ່ວນ ສີ ຈິ້ນຜິງ ໄດ້ຖ້ວຍທີ່ບໍ່ມີໄຂ່ ແຕ່ລາວກໍແປກໃຈເມື່ອພົບໄຂ່ເຊື່ອງຢູ່ກ້ອງເສັ້ນໝີ່ໃນຖ້ວຍໆນັ້ນ 2 ໜ່ວຍ ພໍ່ຂອງລາວຈຶ່ງສອນລາວວ່າ: “ເມື່ອໃດກໍຕາມ ທີ່ລູກມີໃຈເຮັດເພື່ອຜູ້ອື່ນ ໂຊກດີຈະຢູ່ກັບລູກສະເໝີ”.

ຕັ້ງແຕ່ນັ້ນມາ ສີ ຈິ້ນຜິງ ກໍໄດ້ນໍາໃຊ້ບົດຮຽນຈາກໄຂ່ 3 ໜ່ວຍໃນການດໍາລົງຊີວິດຂອງລາວ ລວມໄປເຖິງການໃຊ້ເງິນຂອງລາວເພື່ອຜູ້ອື່ນ. ໃນປີ 1994 ທ່ານ ຫຼູ່ ໂຫວຊິງ ຊາວນາທີ່ຢູ່ໃນໝູ່ບ້ານ ຫຼຽງເຈີຍເຫີ ຊຶ່ງເປັນໝູ່ເກົ່າຂອງສີ ຈິ້ນຜິງ ໃນສະໄໝເຮັດວຽກໃຫ້ກັບຄະນະປະຕິວັດ ໝູ່ລາວປ່ວຍດ້ວຍໂຣກກະດູກອັກເສບ ແລະ ໄດ້ໃຊ້ເງິນໄປກັບການປິ່ນປົວຫຼາຍກວ່າ 6,000 ຢວນ (ປະມານ 5-6 ລ້ານກີບ) ແຕ່ກໍບໍ່ເຊົາ. ເລື່ອງນີ້ໄດ້ໄປເຖິງຫູ ສີ ຈິ້ນຜິງ ທີ່ຮັບໜ້າທີ່ຢູ່ທີ່ ເມືອງ ຝູໂຈວ ລາວໄດ້ຝາກເງິນ 500 ຢວນມາໃຫ້ຊາວນາຄົນນັ້ນຊື້ປີ້ລົດໄຟຂຶ້ນໄປເມືອງ ຝູໂຈວ ປິ່ນປົວຈົນຫາຍ ແລະ ຍັງໃຫ້ຄ່າເດີນທາງກັບເມືອບ້ານອີກ 2,000 ຢວນ. ຊາວນາຄົນນັ້ນທັງຍິ້ມ ແລະ ກ່າວຂອບໃຈ ສີ ຈິ້ນຜິງ ທີ່ຊ່ວຍປິ່ນປົວຈົນເຊົາ ແລະ ມີໂອກາດກັບມາເປັນຄົນປົກກະຕິ ແຕ່ລາວພຽງຕອບກັບວ່າ: “ບໍ່ເປັນຫຍັງ ເຮົາສອງຄົນເປັນໝູ່ກັນ”. ຫຼັງຈາກເປັນປະທານາທິບໍດີແລ້ວ ສີ ຈິ້ນຜິງ ຍັງບໍ່ລືມມິດຕະພາບເກົ່າ ແລະ ຍັງເດີນທາງໄປຢ້ຽມຢາມ ທັງໄດ້ຊ່ວຍເຫຼືອຊາວນາທີ່ໝູ່ບ້ານ ຫຼຽງເຈີຍເຫີ ຢູ່ສະເໝີ.

 

ປັດຈຸບັນຈີນມີເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ມີ GDP ຂະໜາດ 360 ລ້ານບາດ (ສະກຸນເງິນໄທ) ສ່ວນໂຕຂອງລາວເອງກໍກາຍເປັນມະຫາເສດຖີຄົນໜຶ່ງທີ່ຮັ່ງມີ ຊຶ່ງມີເງິນປະມານ 45,000 ລ້ານບາດ (ສະກຸນເງິນໄທ). ສີ ຈິ້ນຜິງ ປະສົບຄວາມສໍາເລັດໃນລະດັບນີ້ໄດ້ກໍຍ້ອນ ສ່ວນໜຶ່ງທີ່ເກີດຈາກຄວາມໃຈກວ້າງຂອງລາວ ເຮັດໃຫ້ລາວ “ໂຊກດີ”ມາໄດ້ເຖິງຈຸດນີ້ ແລະ ສຸດທ້າຍແລ້ວ ເງິນອາດບໍ່ໄດ້ມາຈາກຄວາມພະຍາຍາມຫາເງິນ ແຕ່ເງິນອາດເປັນຜົນໄດ້ມາຈາກຄວາມໃຈກວ້າງ, ການຄໍານຶງເຖິງຜູ້ອື່ນ ແລະ ຮູ້ຈັກໃຫ້ ດັ່ງຄໍາເວົ້າທີ່ເພິ່ນກ່າວໄວ້ວ່າ “ຍິ່ງໃຫ້ ຍິ່ງໄດ້ຮັບ”.

 

ຂໍມູນຈາກ: laophattana news

Leave a Reply

Your email address will not be published. Required fields are marked *