1.ຊ່ວງທຳອິດຄວນໄປຮັບ-ໄປສົ່ງລູກດ້ວຍໂຕເອງ ຫຼື ໄປຮັບໄປສົ່ງຕະຫຼອດໄດ້ຍີ່ງດີເພາະລູກຈະໄດ້ເກີດຄວາມເຊື່ອໃຈແລະ ວາງໃຈວ່າພໍ່ແມ່ບໍ່ໄດ້ປະຖີ້ມເຂົາໄປໃສ
2.ຢ່າຂູ່ ຫຼື ບັງຄັບ:ເພາະເດັກນ້ອຍຈະບໍ່ເຂົ້າໃຈວ່າເຮັດຫຍັງຕ້ອງໄປໂຮງຮຽນເດັກບາງຄົນຈະຄິດວ່າພໍ່ແມ່ເອົາມາຖີ້ມດັ່ງນັ້ນບໍ່ຄວນບັງຄັບລູກ
3.ເວົ້າໃຫ້ເຂົ້າໃຈ ແລະ ໃຫ້ຖືກຕ້ອງກັນ:ຖ້າລູກເຄີຍໄປໂຮງຮຽນແລ້ວບໍ່ຢາກໄປອີກໃຫ້ຖາມບັນຫາເກີດຈາກຫຍັງເຂົ້າກັບຫມູ່, ຄູອາຈານໄດ້ຫຼືບໍ່ຈະໄດ້ແກ້ໄຂປັນຫາໃຫ້ຖືກທາງ
4.ຊວນລົມ: ຕອນແຕ່ງໂຕໃຫ້ລູກໄປໂຮງຮຽນ ຫຼື ຕອນນັ່ງກີນເຂົ້ານຳກັນຊວນລູກລົມໃຫ້ລູກຮູ້ສຶກຜ່ອຍຄາຍແລ້ວຖາມເລື່ອງຕ່າງໆວ່າມື້ວານເຮັດກິດຈະກຳຫຍັງແນ່ຢູ່ໂຮງຮຽນ, ກີນເຂົ້າກັບຫຍັງ, ລູກຈະໄດ້ບໍ່ກົດດັນ ແລະ ເລົ່າໃຫ້ຟັງຢ່າງສະບາຍໃຈໃຫ້ພໍ່ແມ່ຈະໄດ້ຮັບຮູ້
5.ພໍ່ແມ່ຄວນຈະຊື່ນຊົມ ແລະ ໃຫ້ກຳລັງໃຈລູກ: ໃນເວລາທີ່ລູກກັບມາແຕ່ໂຮງຮຽນ ແລະ ສາມາດເຮັດຫຍັງໄດ້ດ້ວຍຕົນເອງແດ່ ພ້ອມໃຫ້ເຫັນຈຸດດີທີ່ລູກຄວນໄປໂຮງຮຽນ ຕົວຢ່າງ ວ່າມື້ນີ້ລູກອອກແຮງງານເກັບຂີ້ເຫຍື່ອຊ່ວຍທາງໂຮງຮຽນສີ່ງເຫຼົ່ານີ້ເປັນສີ່ງທີ່ພໍ່ແມ່ຄວນຊື່ນຊົມເພື່ອໃຫ້ລູກມີຄວາມຄິດຢາກໄປໂຮງຮຽນອີກ
6.ສອນໃຫ້ລູກຊ່ວຍໂຕເອງໄດ້ຕັ້ງແຕ່ເດັກ: ເດັກບາງຄົນຊ່ວຍເຫຼືອໂຕເອງໄດ້ນ້ອຍອາດເປັນເພາະອາຍຸນ້ອຍອ່ອນກ່ອນໝູ່ຮ່ວມຫ້ອງ ຫຼື ຕອນຢູ່ບ້ານອາດຈະບໍເຮັດໃຫ້ໂຕເອງໃນເວລາທີ່ໄປຮ່ວມຫ້ອງກັນແລ້ວກໍ່ຈະບໍ່ຢາກເຮັດຫຍັງຮ່ວມກັບໝູ່ ດັ່ງນັ້ນລູກຈື່ງຮູ້ສຶກວ່າບໍ່ຢາກໄປໂຮງຮຽນຢູ່ບ້ານແມ່ນຫຍັງທີ່ລູກສາມາດເຮັດໄດ້ກໍ່ຄວນໃຫ້ລູກເຮັດເອງເພື່ອຈະໄດ້ຊຳນານຮູ້ຈັກຊ່ວຍໂຕເອງ ແລະ ຄົນອື່ນໄດ້