ຫຼ້າສຸດນີ້ ເຂດເສດຖະກິດບຶງສະເພາະທາດຫຼວງໄດ້ມີການວາງສີລາລືກໃຫ້ກັບ 2 ໂຄງການກໍ່ສ້າງຄື: ສູນການຄຸ້ມຄອງບໍລິຫານເບິງທາດຫຼວງ ແລະໂຄງການວຽງຈັນນະຄອນສີຂຽວ ພ້ອມທັງຖືໂອກາດນີ້ເປີດໂຕໂຮງແຮມ ໂປລີ ແລະຕະຫລາດ ກະສິກຳສີຂຽວບຶງທາດຫລວງ ໃນວັນທີ 5 ພະຈິກ 2019 ຢູ່ທີ່ເຂດເສດຖະກິດສະເພາະບຶງທາດຫຼວງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຮວງ ກົວຜິງ ປະທານເຂດເສດຖະກິດສະເພາະ ບຶງທາດຫລວງ ພ້ອມດ້ວຍພາກສ່ວນທັງພາກລັດ ແລະເອກະຊົນທີ່ກ່ຽວຂ້ອງເຂົ້າຮ່ວມສະແດງຄວາມຍິນດີ.


ທ່ານ ສຸບັນ ຈຸນລາຊາ ປະທານຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ກ່າວວ່າ: ສອງໂຄງການທີ່ແມ່ກໍາລັງດໍາເນີນການກໍ່ສ້າວສ້າງສູນບໍລິຫານ,​ ສູນບັນຊາການຂອງເຂດເສດຖະກິດສະເພາະບຶງທາດຫລວງ ສ່ວນໂຄງການວຽງຈັນນະຄອນສີຂຽວແມ່ນໂຄງການ ທີ່ກໍາລັງດໍາເນີນການກໍ່ສ້າງໂຄງລ່າງພື້ນຖານ ເຊິ່ງປະກອບມີອາຄານ ແລະສິ່ງອໍານວຍຄວາມສະດວກຕ່າງໆອື່ນໆ ສິ່ງເຫຼົ່ານັ້ນຈະເປັນບ່ອນສໍາລັບເຮັດວຽກໃນຫຼາຍໆດ້ານ ທີ່ອ້ອມຮອບໄປດ້ວຍທໍາມະຊາດສີຂຽວ ເຊິ່ງຈະເປັນການປະກອບສ່ວນທາງປະຫວັດສາດໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດນະຄອນຫລວງວຽງຈັນເຊັ່ນ ເລັ່ງລັດການກໍ່ສ້າງຕົວເມືອງ, ຍົກສູງລາຍຮັບດ້ານພາສີອາກອນຂອງນະຄອນຫລວງວຽງຈັນ ແລະຍົກສູງປະລິມານເສດຖະກິດທັງໝົດ ແລະໃນອະນາຄົດຈະກາຍເປັນສູນລວມຂອງການທ່ອງທ່ຽວ, ການເງິນ, ການຄ້າ ແລະອື່ນໆໃນວົງການເສດຖະກິດອາຊີອາຄະເນ.


ທ່ານ ຮວງ ກົວຜິງ ກ່າວວ່າ: 2 ໂຄງການນີ້ດປັນໂຕລິເລີ່ມ ແລະຊີ້ບອກລ່ວງໜ້າຢ່າງຮອບດ້ານຂອງທຸກໂຄງການໃນເຂດເສດຖະກິດສະເພາະບຶງທາດຫລວງຢ່າງເປັນທາງການ. ພ້ອມດຽວກັນຍັງຖືໂອກາດນີ້ເປີດໂຕໂຮງແຮມ ໂປລີ ແລະຕະຫຼາດກະສິກໍາສີຂຽວຢູ່ພາຍໃນເຂດເສດຖະກິດສະເພາະບຶງທາດຫຼວງຢ່າງເປັນທາງການ ເພື່ອໃຫ້ແຂກຄົນຈາກພາຍໃນ ແລະພາຍນອກສາມາດເຂົ້າມາໃຊ້ບໍລິການ ໜຶ່ງໃນນະຄອນຫຼວງວຽງຈັນ.


ໂຮງແຮມດັ່ງກ່າວ ຕັ້ງຢູ່ເຂດສູນກາງຂອງເຂດເສດຖະກິດສະເພາະບຶງທາດຫລວງ ນະຄອນຫຼວງວຽງຈັນ ເຊິ່ງຖືວ່າເປັນໂຮງແຮມທີ່ຫລູຫາລະດັບຫ້າດາວຂອງກຸ່ມບໍລິສັດຫຸ້ນສ່ວນສີຂຽວ ເຊິ່ງມີສິ່ງອຳນວຍຄວາມສະດວກຫຼາຍຢ່າງ ແລະມີບໍລິການທີ່ດີ.

 

Credit: CRI

 

Leave a Reply

Your email address will not be published. Required fields are marked *