ກອງພັນໃຫຍ່ 497 ໄດ້ຈັດພິທີປະກາດຮັບຮອງກອງພັນ 423 ເປັນກອງວັດທະນະທໍາສະໄໝທີ III ຂຶ້ນໃນວັນທີ 31 ຕຸລາ ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ວິລະໄຊ ສົມສັກ ຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ຄຳເພັງ ແກ້ວວົງສາ ເລຂາຄະນະພັກ, ຫົວໜ້າການ ເມືອງກອງພັນໃຫຍ່ 497, ມີບັນດາແຂກຖືກເຊີນ ແລະ ພະນັກງານນັກຮົບພາຍໃນກົມກອງເຂົ້າ ຮ່ວມ.

ສະຫາຍ ພັນໂທ ບຸນເນີຍ ຄວັນ ຍາເຍີ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ 423 ໄດ້ຂຶ້ນຜ່ານບົດລາຍງານຜົນສໍາ ເລັດວຽກງານກໍ່ສ້າງນັກຮົບວັດ ທະນະທໍາ ແລະ ສ້າງກົມກອງວັດ ທະນະທໍາຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນໄດ້ຄົ້ນຄວ້າເຊື່ອມ ຊຶມບັນດາຂໍ້ກໍານົດ ແລະ ຄໍາສັ່ງ ແນະນໍາຕ່າງໆຂອງຂັ້ນເທິງ ໂດຍ ສະເພາະແມ່ນຄໍາສັ່ງແນະນໍາ ກ່ຽວກັບການປັບປຸງກໍ່ສ້າງກົມ ກອງວັດທະນະທໍາ-ນັກຮົບວັດ ທະນະທໍາຢ່າງເປັນຮູບປະທໍາຕົວ ຈິງ, ໄດ້ແຕ່ງຕັ້ງອານຸກໍາມະການ ແລະ ຄະນະຮັບຜິດຊອບ, ພ້ອມກັນນັ້ນກໍໄດ້ຄັດເລືອກເປົ້າໝາຍ ສ້າງເປັນກອງວັດທະນະທຳລົງ ເກັບກໍາຂໍ້ມູນແລ້ວສ້າງແຜນການລະອຽດຕາມຄວາມເປັນຈິງຂອງ ກົມກອງ, ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງໄດ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງ, ມີບົດຮຽນຕໍ່ ກັບວຽກງານການປັບປຸງກໍ່ສ້າງ ກອງວັດທະນະທໍາ-ນັກຮົບວັດທະ ນະທໍາ, ພ້ອມກັນຈັດຕັ້ງປະຕິບັດ ບັນດາຄຳສັ່ງແນະນຳຢ່າງເປັນ ຂະບວນຟົດຟື້ນ ແລະ ຕໍ່ເນື່ອງ.

 

ນອກນັ້ນຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ແຕ່ລະໄຕມາດໄດ້ມີ ການສະຫຼຸບຖອດຖອນບົດຮຽນ ແລະ ຂໍທິດນໍາຈາກຂັ້ນເທິງຢ່າງ ເປັນປະຈຳ, ໃນນີ້ແມ່ນໄດ້ຕີລາ ຄາແບ່ງປະເພດນັກຮົບວັດທະ ນະທໍາ-ກົມກອງວັດທະນະທໍາປະ ຈໍາປີຄື: ບຸກຄົນນໍາໜ້າປະເພດ 1 ຈໍານວນ 187 ສະຫາຍ, ບຸກ ຄົນນໍາໜ້າປະເພດ 2 ຈໍານວນ 5 ສະຫາຍ, ຜົນງານຕົວຈິງໃນການ ປັບປຸງກໍ່ສ້າງກົມກອງໃນໄລຍະ ຜ່ານມາມີເຮືອນນອນແບບຖາ ວອນ 5 ຫຼັງ, ເຮືອນນອນແບບ ເຄິ່ງຖາວອນ 1 ຫຼັງ, ຫ້ອງການ ກອງຮ້ອຍຖາວອນ 2 ຫຼັງ, ເຮືອນ ຄົວບ່ອນກິນເຂົ້າ 1 ຫຼັງ, ເຮືອນ ແຕ່ງກິນລະບົບອາຍນໍ້າ 1 ຫຼັງ, ຫ້ອງການກອງພັນຖາວອນ 1 ຫຼັງ, ມີຫ້ອງນໍ້າຖາວອນ 1 ຫຼັງ, ມີຫໍຂ່າວຖາວອນ 4 ຫຼັງ, ມີສະ ໂມສອນ 1 ຫຼັງ ນອກນັ້ນຍັງມີ ເດີ່ນບານສົ່ງ-ເດີ່ນບານເຕະ, ເດີ່ນ ເປຕັງ, ມີທາງຢາງອ້ອມຄ້າຍ, ມີລະບົບນໍ້າບາດານ, ນໍ້າສ້າງໃຊ້ ຕະຫຼອດປີ, ມີສວນຮົ່ມສາມາດ ປູກພືດລົ້ມລຸກໄດ້ຕະຫຼອດລະດູ, ກົມກອງສາມາດກຸ້ມຕົນເອງທາງ ດ້ານຜັກກິນ 95% ຕໍ່ປີ, ກຸ້ມຕົນ ເອງທາງດ້ານຊີ້ນປາ 45% ນອກ ຈາກນັ້ນແມ່ນກອງພັນໃຫຍ່ຕອບ ສະໜອງໃຫ້ກົມກອງດ້ານງົບປະ ມານເຂົ້າໃນການປັບປຸງກໍ່ສ້າງກົມ ກອງວັດທະນະທໍາ-ນັກຮົບວັດທະ ນະທໍາ.

 

ຈາກນັ້ນ ສະຫາຍ ພັນໂທ ພອນໄຊ ວໍລະດົມ ຮອງຫົວໜ້າ ພະແນກການເມືອງກອງພັນໃຫຍ່ 497 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບ ວ່າດ້ວຍການອະ ນຸມັດໃຫ້ກອງພັນໃຫຍ່ 497 ຮັບ ຮອງ ແລະ ຢັ້ງຢືນກອງວັດທະ ນະທໍາຂັ້ນຕົນ ໃນປີ 2018. ໂອກາດນີ້ ສະຫາຍ ພັນເອກ ຄໍາເພັງ ຫົວໜ້າການເມືອງກອງ ພັນໃຫຍ່ 497 ໄດ້ໂອ້ລົມຕໍ່ພິທີ ໂດຍສະຫາຍໄດ້ຕີລາຄາສູງຕໍ່ຜົນ ສຳເລັດຂອງການສ້າງກອງວັດ ທະນະທຳຂອງກອງພັນ 423 ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບ ໃນ ທົ່ວກອງພັນ 423 ທີ່ໄດ້ຮັບຮອງ ເປັນກອງວັດທະນະທໍາສະໄໝທີ III ພ້ອມກັນປົກປ້ອງຮັກສາມູນ ເຊື້ອ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມ, ສູ້ຊົນຮັກສາກົມກອງວັດທະນະທຳນີ້ໃຫ້ຄົງຢູ່ກັບກົມ ກອງຕະຫຼອດໄປ.

ໂດຍ: ທອງເພັດ

Leave a Reply

Your email address will not be published. Required fields are marked *