ໃນຕອນເຊົ້າວັນທີ 2 ພະຈິກ 2019 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດໄດ້ລົງຕິດຕາມຊຸກຍູ້ ຂະບວນການເພື່ອກຽມທໍາການຜະລິດເຂົ້ານາແຊງຢູ່ເມືອງຈໍາພອນ ໂດຍການຕ້ອນຮັບຂອງທ່ານ ຄໍາລຸຍ ຍາດຕິວົງ ເຈົ້າເມືອງ ຈໍາພອນ ພ້ອມຄະນະ ອີກຕາມການໃຫ້ສໍາພາດຂອງທ່ານ ບຸນເລດ ຈັນທອງທິບ ຫົວໜາພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວຂອງພວກເຮົາວ່າ ສໍາລັບມື້ນີ້ແມ່ນໄດ້ລົງຕິດຕາມຢູ່ສອງໂຄງການ ຄືໂຄງການໂພນມ່ວງ ແລະ ໂຄງການສະຄືນ ໄດ້ອອກແຮງງານລວມ ອານາໄມຄອງເໝື່ອງ ເພື່ອກະກຽມໃຫ້ແກ່ການສະຫນອງນໍ້າຜະລິດເຂົ້ານາແຊງ ປີນີ້ທົ່ວແຂວງມີແຜນຈະຜະລິດໃຫ້ໄດ້ 30 ພັນເຮັກຕາ ຫລາຍກວ່າຫມູ່ແມ່ນຢູ່ເມືອງຈໍາພອນ,
ຫຼຸດລົງມາແມ່ນເມືອງ ໄຊບູລີ, ຊົນນະບູລີ ແລະ ເມືອງ ສອງຄອນ ເນື່ອງຈາກຜ່ານມາປີນີ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໂດຍສະເພາະແຂວງສະຫວັນນະ ເຂດທີ່ຖືກກະທົບໝັກແມ່ນເມືອງຈໍາພອນ ຊົນນະບູລີ, ສອງຄອນ ແລະ ໄຊບູລີ ບັນດາຄອບຄົວທີ່ຖືກຜົນກະທົບຈາກ ໄພນໍ້າຖ້ວນທີ່ບໍ່ມີເຂົ້າເກັບກ່ຽວ ທາງແຂວງມີແຜນແຈກຢາຍແນວພັນເຂົ້າ,ແນວພັນພືດ ເພື່ອໄດ້ເຮັດການຜະລິດລະດູແລ້ງ ແຕ່ກໍ່ມີຈານວນໝຶ່ງທີ່ສະຫນອງແນວພັນໃຫ້ອາດຈະບໍທົ່ວເຖິງ ແຕ່ກໍ່ໄດ້ມີກຸ່ມບໍລິສັດ ພົງສະຫວັນທີ່ໄດ້ລົງຊຸກຍູ້ໃນ ລັກສະນະສິນເຊື່ອ ກໍ່ຈະມີທັງແນວພັນເຂົ້າ,ແນວພັນພືດ, ຝຸ່ນ,ປຸ່ຍ ນອກຈາກນັ້ນກໍ່ໄດ້ມີການກູ້ຢືມນໍາພີ່ນ້ອງ ເພາະວ່າປີ້ນີ້ນໍ້າຖ້ວມ ຫລາຍເຮັດໃຫ້ຄວາມຕ້ອງການ ແນວພັນ ມີສູງຈຶ່ງເຮັດໃຫ້ການສະຫນອງແນວພັນດັ່ງກ່າວບໍ່ພຽງພໍກັບຄວາມຕ້ອງການ ສຳລັບລະບົບນໍ້າຊົນລະປະທານແມ່ນໄດ້ຮັກສາ ຫຼື ອັດໄວ້ໝົດ ແລະ ຈຳນວນໜຶ່ງໄດ້ເຮັດຝາຍຊົ່ວຄາວຕາມລຳເຊຕ່າງໆເຊັ່ນວ່າ ເຊຊໍາຊອຍ, ເຊຈຳພອນ, ຕາມຫ້ວຍຕ່າງໆ ໂດຍສະເພາະຢູ່ເມຶືອງ ຊົນນະບູລີ ແມ່ນໄດ້ສ້າງຝ້າຍຊົ່ວຄາວຕັນເຊ ເພື່ອກັກເກັບນ້ຳໄວ້ ດູດໃສ່ນາແຊງ, ແລະການຜະລິດ ພືດອື່ນໆ.
ໃນໂອກາດດັ່ງກ່າວ ທາງຄະນະ ກໍ່ໄດ້ເດີນທາງໄປເມືອງຊົນນະບູລີ ເພື່ອໄປເບິ່ງການ ເຮັດຝ້າຍຊົ່ວຄາວ ຂອງປະຊາຊົນເຂດບ້ານຊຽງຮົ່ມ ເພື່ອກັກເກັບນ້ຳ ທຳການຜະລິດເຂົ້ານາແຊງ ເຊິ່ງຝ້າຍດັ່ງກ່າວ ນັບແຕ່ຝັ່ງເຊຊຽງຮົ່ມ ຫາ ບຶງຊ້າງ ມີຄວາມກ້ວາງປະມານ 130m ຄວາມກ້ວາງຂອງຄັນກັ້ນນໍ້າປະມານ 6 m ບັນຈຸບັນໃຊ້ກະເປົາປະມານ 6000 ກວ່າສອບ ຄາດວ່າຈະເອົາຂຶ້ນສູງປະມານ 1,5 m ອາດຈະຮັບຮອງປະລິມານນ້ຳໄດ້ຫຼາຍ ຈາກນັ້ນ ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມອບແນວພັນເຂົ້າໃຫ້ເມືອງ ຈຳພອນ 60 ໂຕນ ແລະ ເມືອງຊົນນະບູລີ ຈຳນວນ 40 ໂຕນ ນໍາໄປແຈກຢາກໃຫ້ປະຊາຊົນທີ່ມີຄວາມຕ້ອງການແນວພັນໃນການທໍາການຜະລິດເຂົ້ານາແຊງ.
Credit: savannakhet medialaos